ພະແນກແຂ້ວ,ຄາງ,ໃບໜ້າ

ແນະນຳ

ພະ​ແນກ​ແຂ້ວ,ຄາງ,ໃບ​ໜ້າ​ຂອງ​ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ບໍ່​ພຽງ​ແຕ່​ປີ່ນ​ປົວ​ແຂ້ວ​ກັບ​ປ​າກ​ເທົ່າ​ນັ້ນ,​ຍັງ​ຟື້ນ​ຟູ​ບັນ​ດາຈຸດ​ອ່ອນ​ຂອງ​ແຂ້ວ​ເພື່ອ​ຈະ​ໃດ້​​ກ້າວ​ຂ້າມໄປ​ເຖີງ​ການ​​ສັນ​ຍະ​ກຳ​ທີ່​ດີ​ເພື່ອ​ເປັນ​ການ​ນຳ​ເອົາ​ຄວາມ​ງາມ​ມາ​ໃຫ້​ກັບ​ລູກ​ຄ້າ​ທຸກໆ​ຄົນ.ການ​ລົງ​ທືນ​ທາງ​ດ້ານວີ​ຊາ​ການ​ເຕັກ​ນິກ​ແລະ​ນັກ​ວີ​ຊ​າ​ການ​ດ້ານ​ການ​ສັນ​ຍະ​ກຳ​ຂອງພະ​ແນກ​ແຂ້ວ,ຄາງ​ແລະ​ໃບໜ້າ​​ແມ່ນ​ເພື່ອ​ຈະ​ປະ​​ຕິ​ບັດ​ໜ້າ​ທີ່​ການ​ບໍ​ລິການ​ທີ່​ດີ​​ໃນ​ການ​ດັດ​ແຂ້ວ​ຕາມ​ຄວາມ​ຕ້ອງ​ການ​ດ້ວຍ​ເຕັກ​ນີກ​ລະ​ດັບ​ສູງ​ຂອງ​ໂລກ.

  ຈຸດ​ໝາຍ​ຂອງ​ພະ​ແນກ​ແຂ້ວ​,​ຄາງ,ໃບ​ໜ້​າ​ຂອງໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​​ແມ່ນ​ຕອບ​ສະ​ໜອງ​​ການ​ບໍ​ລິ​ການ​ປີ່ນ​ປົວ​ແຂ້ວ​ແລະ​ການ​ສັນ​ຍະ​ກຳ​ແຂ້ວດ້ວຍ​ເຕັກ​ນີກ​ວິ​ທະ​ຍາ​ສາດ​ໃໝ່ໆ​ທີ່​ຊ່ວຍ​ໃຫ້ໃດ້​ຮັບ​ຜົນ​ດີ,ພີ​ເສດ​ແມ່ນ​ການ​ບໍ​ລິ​ການ​ທາງ​ດ້ານ​​ສັນຍະ​ກຳ.ດ້ວຍ​ເຕັກ​ນີກ​ທີ່​ທັນ​ສະ​ໄໝ,ການ​ຈຳ​ລອງ​ດ້ວຍ​ລະ​ບົບ​ອັດ​ຕະ​ໂນ​ມັດ 3D, Implant,​ການ​ແກ້​ໄຂ Invisalign,ເທັກ​ໂນ​ໂລ​ຢີ CAD/CAM...​ພ້ອມດ້ວຍ​ລະ​ບົບ​ອຸ​ປະ​ກອນ​ເຄືອງ​ຈັກ,ນະ​ວັດ​ຕະ​ກຳ​ທີ່​ຖືກ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ100% ຄື:ຫຼອດ​ໄຟ​ສ່ອງ​ແຂ້ວ​ດ້ວຍ​ແສງ X – Bright Bright (ນຳ​ເຂົ້າ​ຈາກ​ເອີ​ລົບ),​ລະ​ບົບ​ປະ​ກອບ​ດ້ວຍ 3 ​ພາກ​ສ່ວນ ເຄື່ອງ​ຈັກ​ດັດ Gnatus (Braxin),​ໂຄມ​ໄຟ​ເຊື່ອມ​ແສງ Litex (ອາ​ເມ​ລີ​ກາ),ເຄື່ອງ​​ເຕັກ​ນິກ​ສ່ອງ​ໄຟ​ຟ້າ RSV (​ຝ​ຮັ່ງ),​ເຄື່ອງ​ເອ​ໂກ​ແຂ້ວ(ເກົາຫຼີ)…ຈະ​ຊ່ວຍ​ໃຫ້​ຜົນ​ການ​​ສັນ​ຍະກຳ​ອອກ​ມາ​ໃດ້​ດີ​ທີ່​ສຸດ​​ນຳ​ມາເຊີ່ງ​ຄວາມ​ເພີງ​ພໍ​ໃຈ​ຂອງ​ລູກ​ຄ້າ.

 

ການບໍລິການທາງການແພດ

ການ​ຟອກ​ສີ​ແຂ້ວ

 ການ​ຟອກ​ສີ​ແຂ້ວແມ່ນ​ວິ​ທີ​ການ​​ທີ່ບໍ່​ມີ​ຂອບ​ເຂດ​ຈຳ​ກັດ,ງ່າຍ​ດາຍ​ແລະ​ວ່ອງ​ໄວ​ປ່ຽນ​ແປງ​ການ​ສັນຍະ​ກຳ​ໃຫ້​ກັບ​ແຂ້ວ​ໃນ​ກໍ​ລະ​ນີ​ທີ່​ແຂ້ວມີ​ສີ​ເຂັ້ມ​ສາ​ເຫດ​ເປັນ​ເພາະ​ອາ​ຍຸຫຼາຍ​ຂື້ນ,​ສາ​ມາດຟື້ນ​ຟູ​ສີ​ແຂ້ວ​ໃຫ້​​ກັບ​ຄືນ​ຄື​ຕອນ​​ທີ່ຍັງ​​ໜຸ່ມ.

ະ​ຕີດ​ເກິ​ປໍ​ຮ​ແລນ

ການຕິດ​ສ​ະ​ຕີ​ກ​ເກີ​ໃວ້​ເທີງ​ແຂ້ວ​ແມ່ນ​ວີ​ທະ​ຍາ​ສາດ​ທີ່​ຖືກ​ນຳ​ໃຊ້ຫຼາຍ​ຢູ່​ອາ​ເມ​ລີ​ກາ​ແລະ​ເອີ​ລົບ,ເພາະ​ມີ​ຄວາມ​ຊັບ​ຊ້ອນ​​ທາງ​ດ້ານເຕັກ​ນີກ​ແລະ​ລະ​ດັບ​ຄວາມ​ຕ້ອງ​ການ​ສູງ​​ຈາກທ່ານ​ໝໍ​,ດັ່ງ​ນັ້ນ​ຢູ່​ຫວຽດ​ນາມ​ຈື່ງ​ໃດ້ມີ​ການ​ນຳ​ໃຊ້​ໜ້ອຍ.

ການ​​ເສີມ​ສັນ​ຍະ​ກຳ(ທົ່ວ​ຄາງ)

ການ​ເສີມ​​ສັນ​ຍະ​ກຳນັ້ນ​ຖື​ວ່າ​ເປັນ​ການຟື້ນ​ຟູທັງ​ໝົດ​ຈຸດ​​ທີ່​ເປັນ​ສ່ວນ​ລົບ​ຂອງ​ແຂ້ວ,​ວິທີນີ້​ນຳ​ມາ​ເຊີ່ງ​ຮອຍຍີ້ມ​ທີ່​ສວຍ​ງາມ​​ໃນກໍ​ລະ​ນີ​ທີ່​ແຂ້ວ​​​ແທ້​​ອາດ​ຈະ​ມີຂໍ້ບົກ​ຜ່ອງຫຼາຍ​ເກີນ​ໄປ.

ທ່ານໝໍຜູ້ຊ່ຽວຊານສະເພາະ