16/06/2020
ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.
ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.
I.ກົດໄຫຼຢ້ອນແມ່ນພະຍາດຫຍັງ?
ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ,ລົມໃນກະເພາະອາຫານ,ອາຫານ...ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ...
ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ,ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ
ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼຢ້ອນແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ,ການກິນອາຫານຫຼາຍເກີນໄປ,ຫຼັງຈາກກິນອາຫານແລ້ວນອນເລີຍ,ຄົນທີ່ຕຸ້ຍຫຼາຍ,ມັກກິນອາຫານຕອນເດິກ,ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ໝາກນາວ,ໝາກກ້ຽງ,ກະທຽມ,ຫົວຫອມໃຫຍ່,ອາຫານລົດເຜັດແລະອື່ນໆ,ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ເຫຼົ້າ,ເບຍ,ນໍ້າອັດລົມ,ນໍ້າຊາ,ກາເຟ...ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ,ຄົນກຳລັງຖືພາ,ຄົນທີ່ມັກກິນຢາຈຳພວກAspirin,Ibuprofen,ຢາຍານກ້າມເນື້ອ,ຢາລຸດຄວາມດັນເລືອດ...
ຖ້າຫາກເປັນພະຍາດກົດໄຫຼຢ້ອນແຕ່ບໍ່ໄປກວດແລະບໍ່ໄດ້ຮັບການປິ່ນປົວທັນເວລາຈະພາໃຫ້ເກີດມີຜົນເສຍຫາຍຕາມມາເຊັ່ນ:ກະເພາະເກີດການອັກເສບແລະມີແຜໃນກະເພາະອາຫານ,ອັກເສບຫຼອດອາຫານແລະອາດຈະພາໃຫ້ເກີດເປັນມະເຮັງຫຼອດອາຫານໄດ້.
II.ເອົາໃຈໃສ່9ອາການຂອງພະຍາດກົດໄຫຼຢ້ອນດັ່ງຕໍ່ໄປນີ້
ອາຊິດໃນກະເພາະອາຫານຈະໄຫຼຂື້ນຫຼອດອາຫານຫຼາຍຂື້ນໃນເວລານອນຫຼືເວລາທ່ານກົ້ມລົງ,ພາໃຫ້ເກີດອາການແສບມະໂຫກ
ອາການນີ້ແມ່ນເປັນເພາະວ່າເວລາເຮົາຢືນແມ່ນອາຫານຈະນອນຢູ່ໃນກະເພາະອາຫານ,ແຕ່ເວລາທ່ານນອນລົງອາການກົດໄຫຼຢ້ອນຈະສາມາດເກີດຂື້ນໄດ້ງ່າຍຂື້ນ.
ອາຊິດໃນກະເພາະອາຫານຈະເຮັດໃຫ້ເກີດອາການຮ້ອນຢູ່ບໍລິເວນໜ້າເອິກຂື້ນມາຫາຫຼອດອາຫານແລະພາໃຫ້ທ່ານມີຄວາມຮູ້ສຶກສົ້ມຢູ່ປາກ,ນີ້ເປັນອາການໜຶ່ງທີ່ສາມາດຊ່ວຍບອກອາການວ່າທ່ານເປັນພະຍາດກົດໄຫຼຢ້ອນ.ເພື່ອລຸດອາການແສບມະໂຫກທ່ານຄວນນອນໝູນໝອນສູງຂື້ນເວລານອນແລະບໍ່ຄວນກິນອາຫານເປັນຈຳນວນຫຼາຍກ່ອນເຂົ້ານອນ
ອາການນີ້ເກີດຂື້ນຍ້ອນອາຊິດໃນກະເພາະອາຫານແລະບາງເວລາອາດມີທັງອາຫານໄຫຼຂື້ນຫຼອດອາຫານເຮັດໃຫ້ທ່ານຮູ້ສຶກແຄ້ນ,ຮູ້ສຶກເຈັບບໍລິເວນໜ້າເອິກ,ທ່ານອາດຈະຮູ້ສຶກເຈັບຫຼາຍຫຼືໜ້ອຍ,ໃນໄລຍະເວລາຍາວນານຫຼືອາດຈະເປັນໃນເວລາສັ້ນໆ.
ອາການເຈັບຄໍຫຼັງຈາກກິນອາຫານ,ສ່ວນຫຼາຍມັກເກີດຂື້ນເວລາທີ່ທ່ານກິນອາຫານເປັນຈຳນວນຫຼາຍຈະເຮັດໃຫ້ອາຫານລົ້ນຈາກກະເພາະອາຫານຈະພາໃຫ້ອາຊິດກະເພາະອາຫານແລະອາຫານໃນກະເພາະອາຫານໄຫຼຂື້ນຫຼອດອາຫານ.ສຳລັບທ່ານທີ່ເປັນພະຍາດກົດໄຫຼຢ້ອນ,ດີທີ່ສຸດທ່ານບໍ່ຄວນກິນອາຫານຫຼາຍເກີນໄປ,ບໍ່ກິນອາຫານທີ່ມັນເກີນໄປ,ບໍ່ກິນເຫຼົ້າ,ບໍ່ສູບຢາເພື່ອລຸດຜ່ອນອາການນີ້ໄດ້.
ໃນບາງກໍລະນີ,ພະຍາດກົດໄຫຼຢ້ອນພາໃຫ້ການເຮັດວຽກຜິດປົກກະຕິຂອງເອັນຍຸ້ມລຸ່ມສຸດຂອງກະເພາະພາໃຫ້ນໍ້າບີໄຫຼຈາກລຳໄສ້ອ່ອນຂື້ນກະເພາະ,ແລ້ວໄຫຼຈາກກະເພາະຂື້ນຫຼອດອາຫານແລະໄຫຼເຂົ້າຜົ້ງປາກພາໃຫ້ເກີດອາການຂົມປາກ,ຖ້າມີອາການແບບນີ້ຄວນໄປພົບກັບທ່ານໝໍເພື່ອກວດຫາພະຍາດແລະປິ່ນປົວໄດ້ທັນເວລາ
ຖ້າທ່ານຮູ້ສຶກປວດຮາກໂດຍບໍ່ຮູ້ສາເຫດ,ໂດຍສະເພາະຫຼັງຈາກກິນອາຫານແມ່ນທ່ານອາດຈະເປັນພະຍາດກົດໄຫຼຢ້ອນ,ອາການນີ້ແມ່ນຍ້ອນການບີບຂອງກະເພາະອາຫານເພື່ອບີບອາຫານອອກເຮັດໃຫ້ທ່ານມີອາການປວດຮາກແລະຮາກ.
ອາຊິດໃນກະເພາະອາຫານໄຫຼຂື້ນຫຼອດອາຫານພາໃຫ້ອັກເສບເສັ້ນສຽງ,ໄອຍ້ອນກົດໄຫຼຢ້ອນອາດຈະພາໃຫ້ເປັນອາການຊໍ້າເຮື້ອ,ແລະຖ້າເປັນໃນເວລາຍາວນານຈະພາໃຫ້ເກີດອາການຫາຍໃຈຝືດໄດ້.
ເພາະສະນັ້ນຖ້າທ່ານມີອາການສຽງແຫບ,ເຈັບຄໍ,ພິເສດແມ່ນມີອາການຫຼັງຈາກກິນອາຫານຫຼືມີພ້ອມກັບອາການໄອ,ຈາມ,ນໍ້າມູກໄຫຼແມ່ນທ່ານຕ້ອງໄດ້ເອົາໃຈໃສ່ເພາະວ່ານີ້ແມ່ນບັນດາອາການຂອງພະຍາດກົດໄຫຼຢ້ອນ
ທ່ານທີ່ເປັນພະຍາດກົດໄຫຼຢ້ອນຈະມີອາການຮ້ອນພາຍໃນທ້ອງອາການນີ້ແມ່ນເພາະວ່າອາຊິດໃນກະເພາະອາຫານຫຼາຍເກີນໄປເຮັດໃຫ້ເຫຍື່ອຫຸ້ມກະເພາະເກີດການອັກເສບ,ພາໃຫ້ເກີດໄວຣັດກະເພາະແລະພາໃຫ້ເກີດມີອາການຮ້ອນກະເພາະ.
ນໍ້າລາຍຫຼາຍກວ່າປົກກະຕິກໍ່ແມ່ນໜຶ່ງໃນອາການຂອງພະຍາດກົດໄຫຼຢ້ອນທີ່ຊັດເຈນຫຼາຍ,ເວລາເກີດອາການກົດໄຫຼຢ້ອນຮ່າງກາຍເລີຍສັ່ງໃຫ້ຜະລິດນໍ້າລາຍອອກມາຈຳນວນຫຼາຍເພື່ອເຮັດໃຫ້ອາຊິດກະເພາະອາຫານມີການເຈືອຈາງ.
ພະຍາດກົດໄຫຼຢ້ອນຖ້າເກີດຂື້ນຫຼາຍເທື່ອຕິດໆກັນຈະພາໃຫ້ເກີດມີບາດແຜໃນເຫຍື້ອຫຸ້ມຫຼອດອາຫານ,ເຮັດໃຫ້ມີການອັກເສບຊັ້ນກ້າມເນື້ອຫຼອດອາຫານ,ພາໃຫ້ເກີດອາການຕີບຂອງຫຼອດອາຫານແລະຈະພາໃຫ້ເກີດອາການກືນອາຫານຍາກ.
ຖ້າຫາກມີບັນດາອາການສົງໄສຕາມບັນດາອາການທີ່ໄດ້ກ່າວມາຂ້າງເທິງທ່ານຄວນໄປພົບທ່ານໝໍເພື່ອກວດແລະໄດ້ຮັບການປິ່ນປົວໄດ້ທັນເວລາແລະປິ່ນປົວໄດ້ຮັບໝາກຜົນທີ່ສຸດ
ຖ້າທ່ານໃດຫາກມີຄວາມຕ້ອງການປຶກສາຫຼືແລກປ່ຽນຄວາມຮູ້ຄວາມສາມາດທາງດ້ານການປິ່ນປົວທາງການແພດ,ຫຼືທ່ານໃດຫາກມີຄວາມສົນໃຈກ່ຽວກັບພະຍາດທີ່ທ່ານກຳລັງພົບທ່ານສາມາດພົວພັນຫຼືແລກປ່ຽນກັບພວກຂ້າພະເຈົ້າໄດ້,ເພື່ອພວກຂ້າພະເຈົ້າຈະໄດ້ຄົ້ນຄວ້າແລະເຮັດເປັນບົດຄົ້ນຄວ້າໄດ້ຫຼາຍຂື້ນຕື່ມເພື່ອຮັກສາສຸຂະພາບຂອງທ່ານແລະສັງຄົມ.ຖ້າທ່ານໃດຕ້ອງການຄຳປຶກສາຂອງທ່ານໝໍຊ່ຽວຊານຫຼືຕ້ອງການກວດແລະປິ່ນປົວພະຍາດທີ່ໂຮງໝໍຮ່າໂນ້ຍ-ວຽງຈັນ,ທ່ານສາມາດຕິດຕໍ່ຫາພວກຂ້າພະເຈົ້າຕະຫຼອດ24ຊົ່ວໂມງຜ່ານເບີໂທ 0309966999 ຫຼືທ່ານສາມາດມາລົງທະບຽນກວດໂດຍກົງກັບພວກຂ້າພະເຈົ້າໄດ້.
ຂໍຂອບໃຈ.
ໄວລັດໂຄວິດ 19 ສະເພາະຢູ່ລາວແມ່ນໄດ້ຮັບການຄວມຄຸມເປັນຢ່າງດີ ແລະ ມາຮອດໃນປະຈຸບັນແມ່ນຖືວ່າບໍ່ມີຜູ້ທີ່ຕິດເຊື້ອແລ້ວ. ແຕ່ວ່າສະຖານນະການຂອງພະຍາດໄວລັດໂຄວິດ 19...