ການແພດຄອບຄົວ (Family Medicine)

ການແພດຄອບຄົວ (Family Medicine) ແມ່ນສາຂາວິຊາການແພດທາງຄລີນິກສາຂາໜຶ່ງ ທີ່ຖືເອົາຄົນເຈັບ, ຄອບຄົວ ແລະ ຊຸມຊົນເປັນຈຸດໃຈກາງ. ເປັນຮູບແບບການດູແລສຸຂະພາບແບບອົງລວມ, ຕໍ່ເນື່ອງ ແລະ ໃນໄລຍະຍາວ. ບໍ່ພຽງແຕ່ເນັ້ນໃສ່ການກວດພະຍາດ ແລະ ປິ່ນປົວເມື່ອມີອາການເທົ່ານັ້ນ, ແຕ່ຍັງໃຫ້ຄວາມສຳຄັນຕໍ່ການປ້ອງກັນພະຍາດ, ການກວດພົບຄວາມສ່ຽງຕັ້ງແຕ່ໄລຍະຕົ້ນ, ການຄຸ້ມຄອງສຸຂະພາບ ແລະ ການຍົກສູງຄຸນນະພາບຊີວິດ.

ຈຸດພິເສດຂອງການແພດຄອບຄົວ ແມ່ນບໍ່ໄດ້ມຸ່ງເນັ້ນພຽງແຕ່ການປິ່ນປົວພະຍາດໃດໜຶ່ງເປັນການສະເພາະເທົ່ານັ້ນ, ແຕ່ຍັງພິຈາລະນາເຖິງປັດໄຈຕ່າງໆຢ່າງຮອບດ້ານ ເຊັ່ນ: ສະພາບຮ່າງກາຍ, ສະພາບຈິດໃຈ, ສະພາບແວດລ້ອມໃນການດຳລົງຊີວິດ, ເງື່ອນໄຂຄອບຄົວ ແລະ ສັງຄົມ ທີ່ມີຜົນກະທົບຕໍ່ສຸຂະພາບຂອງແຕ່ລະບຸກຄົນ.
ການແພດຄອບຄົວ ຖືເປັນໜຶ່ງໃນພື້ນຖານສຳຄັນໃນການສ້າງລະບົບສາທາລະນະສຸກທີ່ທັນສະໄໝ, ມີປະສິດທິຜົນ, ຖືເອົາຄົນເຈັບເປັນຈຸດໃຈກາງ ແລະ ມຸ່ງໄປສູ່ເປົ້າໝາຍການດູແລສຸຂະພາບຢ່າງທົ່ວເຖິງສຳລັບປະຊາຊົນທຸກຄົນ.
ດ້ວຍຄວາມຕະໜັກເຖິງບົດບາດ ແລະ ຄວາມສຳຄັນຂອງການແພດຄອບຄົວ ໃນທ່າມກາງທ່າອ່ຽງການພັດທະນາຂອງລະບົບການແພດທັນສະໄໝ, ໂຮງໝໍຮ່າໂນ້ຍ–ວຽງຈັນ ຈຶ່ງໄດ້ດຳເນີນການຈັດຕັ້ງຫ້ອງກວດການແພດຄອບຄົວຂຶ້ນ, ຊຶ່ງຖືເປັນບາດກ້າວໃໝ່ໃນຍຸດທະສາດການພັດທະນາດ້ານວິຊາການ ແລະ ການຂະຫຍາຍການບໍລິການດູແລສຸຂະພາບແບບອົງລວມຂອງໂຮງໝໍ.
ໃນຂະບວນການກໍ່ຕັ້ງ ແລະ ນຳເອົາຫ້ອງກວດເຂົ້າສູ່ການເຄື່ອນໄຫວຕົວຈິງ, ໂຮງໝໍໄດ້ຮັບການສະໜັບສະໜູນ ແລະ ຄຳປຶກສາດ້ານວິຊາການຈາກຊ່ຽວຊານຊາວຫວຽດນາມ ຄື: ທ່ານໝໍຊ່ຽວຊານຂັ້ນ II ຫງວຽນ ຮົ່ງ ມິງ (BSCKII Nguyễn Hồng Minh). ການຮ່ວມມື ແລະ ການສະໜັບສະໜູນຈາກຊ່ຽວຊານມີຄວາມໝາຍສຳຄັນໃນການກຳນົດທິດທາງຮູບແບບການຈັດຕັ້ງ, ການວາງລະບົບວິທີການດຳເນີນງານ, ການໃຫ້ຄຳປຶກສາດ້ານວິຊາການ ແລະ ການຄ່ອຍໆປັບປຸງຂັ້ນຕອນການກວດພະຍາດ, ການຄຸ້ມຄອງ ແລະ ການຕິດຕາມສຸຂະພາບຂອງຄົນເຈັບ ຕາມຫຼັກການຂອງການແພດຄອບຄົວ.