ປະກັນໄພສຸຂະພາບ
ໂຮງໝໍຮ່າໂນ້ຍ - ວຽງຈັນ ໄດ້ເຊັນສັນຍາຮ່ວມມືກັບຫຼາຍບໍລິສັດປະກັນໄພ ທັງພາຍໃນ ແລະ ຕ່າງປະເທດ ການກວດມີປະກັນນັ້ນ ທ່ານສາມາດກວດໂດຍບໍ່ຈຳເປັນຕ້ອງຈ່າຍເງີນສຳຮອງ ນອກສະຈາກກໍລະນີທີ່ວົງເງີນຄຸ້ມຄອງຂອງທ່ານເກີນຈາກວົງເງີນທີ່ທາງປະກັນກຳນົດໃຫ້ ຂັ້ນຕອນໃນການນຳໃຊ້ບັດປະກັນກໍ່ສະດວກສະບາຍ ພຽງແຕ່ທ່ານນຳບັດປະກັນຕົນ ທີ່ທາງບໍລິສັດອອກໃຫ້ ນຳມາແຈ້ງທີ່ໜ້າເຄົ້າເຕີຕ້ອນຮັບ ສະແດງບັດພ້ອມເອກະສານຕິດຂັດເຊັ່ນ: ບັດປະຈຳຕົວ, ໜັງສືເດີນທາງ, ສຳມະໂນຄົວ ຫຼື ບັດລະບຸຕົວຕົນອື່ນໆ, ສຳລັບເດັກແມ່ນຕ້ອງມີໃບແຈ້ງເກີດມານຳທຸກຄັ້ງ ບັນດາບໍລິສັດປະກັນໄພທີ່ເຊັນ ສັນຍາຮ່ວມກັບໂຮງໝໍພວກເຮົາປະກອບມີ:
- ບໍລິສັດໂຊກໄຊ ປະກັນໄພ
- ບໍລິສັດພົງສະຫວັນ ປະກັນໄພ( APA)
- ບໍລິສັດວຽງຈັນ ປະກັນໄພ
- ບໍລິສັດໂຕໂກ ຟໍເລດ ປະກັນໄພ
- ບໍລິສັດອາລີອັນ ປະກັນໄພ (AGL)
- ບໍລິສັດຈົງຈີ ປະກັນໄພ
- ບໍລິສັດລາວເທບຈະເລີນ ປະກັນໄພ
- ບໍລິສັດຈຳປາ ປະກັນໄພ
- ບໍລິສັດ ລ້ານຊ້າງ ປະກັນໄພ
- ບໍລິສັດລາວ - ຫວຽດປະກັນໄພ
- ບໍລິສັດເມືອງໄທ ປະກັນໄພ( ST)
- ບໍລິສັດ ອີນໂດຊາຍນາ ປະກັນໄພ ( ICI)
ຫາກທ່ານມີບັດປະກັນເຫຼົ່ານີ້ ສາມາດໃຊ້ບໍລິການກວດມີປະກັນໄດ້

