ໂຮງໝໍ ຮ່າໂນ້ຍ - ວຽງຈັນ ສືບຕໍ່ມອບອຸປະກອນການແພດ ແລະ ສະໜັບສະໜູນການຝຶກອົບຮົມ ໃຫ້ແກ່ສູນເສຍອົງຄະ 489 ແລະ ສູນ 790

ໃນວັນທີ 28 ກັນຍາ 2026 ທີ່ຜ່ານມານີ້, ຄະນະຜູ້ແທນໂຮງໝໍ ຮ່າໂນ້ຍ - ວຽງຈັນ ໄດ້ນຳເອົາອຸປະກອນ ແລະ ເຄື່ອງມືການແພດ ເຂົ້າຮ່ວມມອບ-ຮັບ ໃຫ້ແກ່ ສູນເສຍອົງຄະ 489 ແລະ ສູນເສຍອົງຄະພິເສດ 790.

ເຄື່ອງອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ ປະກອບມີ:
• ເຄື່ອງແທກຄວາມດັນເລືອດ
• ຊຸດເຄື່ອງມືຜ່າຕັດ
• ເຄື່ອງແທກອົກຊີໃນເລືອດ
• ເຄື່ອງອົບຂ້າເຊື້ອ
ການມອບເຄື່ອງໃນຄັ້ງນີ້ ມີຈຸດປະສົງເພື່ອປະກອບສ່ວນສະໜັບສະໜູນ ແລະ ຕອບສະໜອງອຸປະກອນການແພດທີ່ຍັງຂາດເຂີນ ຕາມການສະເໜີຂອງຄະນະອຳນວຍການສູນ, ເພື່ອນຳໃຊ້ເຂົ້າໃນວຽກງານກວດ-ປີ່ນປົວພະຍາດ ແລະ ເບິ່ງແຍງສຸຂະພາບໃຫ້ແກ່ພະນັກງານ-ນັກຮົບຜູ້ເສຍອົງຄະ ຢູ່ພາຍໃນສູນຢ່າງມີປະສິດທິພາບ.
ນອກຈາກການສະໜັບສະໜູນດ້ານອຸປະກອນແລ້ວ, ໂຮງໝໍ ຮ່າໂນ້ຍ - ວຽງຈັນ ຍັງໄດ້ຮັບເອົາພະນັກງານການແພດປະຈຳສູນ ເຂົ້າມາຝຶກອົບຮົມ ແລະ ທັດສະນະສຶກສາຕົວຈິງຢູ່ໂຮງໝໍ ເປັນຕົ້ນແມ່ນ ວຽກງານກູ້ຊີບສຸກເສີນ ແລະ ເຕັກນິກການກວດເອໂກ້ (Echo), ເພື່ອຍົກສູງຄວາມຮູ້ຄວາມສາມາດ ແລ້ວນຳໄປໝູນໃຊ້ເຂົ້າໃນການປິ່ນປົວຕົວຈິງຢູ່ສູນ.
ເນື່ອງໃນໂອກາດລົງຢ້ຽມຢາມ ແລະ ມອບອຸປະກອນການແພດໃນຄັ້ງນີ້, ທ່ານ ນາງ ວຽງແກ້ວ ດວງຈະເລີນ ຮອງຜູ້ອຳນວຍການໂຮງໝໍ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບຄວາມເສຍສະຫຼະອັນໃຫຍ່ຫຼວງຂອງບັນດາທ່ານຜູ້ເສຍອົງຄະ ເພື່ອປະເທດຊາດ. ພ້ອມ ທັງໄດ້ເນັ້ນກ່າວເຖິງຈຸດປະສົງ ແລະ ທິດທາງໃນຕໍ່ໜ້າວ່າ: ໂຮງໝໍ ຮ່າໂນ້ຍ - ວຽງຈັນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ເບິ່ງແຍງສຸຂະພາບຂອງບັນດາທ່ານ ຕາມເງື່ອນໄຂ ແລະ ຄວາມສາມາດຢ່າງສຸດຄວາມສາມາດ