ຄະນະນຳໂຮງໝໍຮ່າໂນ້ຍ - ວຽງຈັນ ເດີນທາງຢ້ຽມຢາມ ແລະ ເຮັດວຽກກັບ 2 ສະຖາບັນມະຫາວິທະຍາໄລຊັ້ນນຳດ້ານການແພດຂອງຫວຽດນາມ

ໃນວັນທີ 16-17 ພະຈິກ 2026 ທີ່ຜ່ານມາ, ຄະນະຜູ້ບໍລິຫານໂຮງໝໍຮ່າໂນ້ຍ - ວຽງຈັນ ນຳໂດຍ ທ່ານ ດຣ. ດາວວຽງ ດວງຈະເລີນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບ 2 ສະຖາບັນການສຶກສາດ້ານການແພດຊັ້ນນຳຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ຄື:
ໃນວັນທີ 16 ພະຈິກ 2026: ຄະນະໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລພະຍາບານນາມດິ້ງ (Nam Dinh University of Nursing). ການພົບປະໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອສົ່ງເສີມສາຍພົວພັນການຮ່ວມມືດ້ານວິຊາການ, ການແລກປ່ຽນປະສົບການໃນວຽກງານການພະຍາບານ, ການຝຶກອົບຮົມ ແລະ ການພັດທະນາບຸກຄະລາກອນທາງການແພດ ເພື່ອສ້າງແຫຼ່ງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ຕອບສະໜອງຕໍ່ຄວາມຕ້ອງການຂອງໂຮງໝໍໃນປັດຈຸບັນ ແລະ ໃນອະນາຄົດ.









ໃນວັນທີ 17 ພະຈິກ 2026: ຄະນະໄດ້ເດີນທາງຕໍ່ໄປຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລການແພດທ໋າຍບິ່ງ (Thai Binh University of Medicine and Pharmacy) ເພື່ອແລກປ່ຽນທັດສະນະ, ປຶກສາຫາລືກ່ຽວກັບແນວທາງ ແລະ ໂອກາດໃນການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ການພັດທະນາທັກສະວິຊາຊີບ ແລະ ການສ້າງບຸກຄະລາກອນດ້ານສາທາລະນະສຸກ
ການຢ້ຽມຢາມ ແລະ ເຮັດວຽກກັບທັງ 2 ສະຖາບັນໃນຄັ້ງນີ້ ຖືເປັນອີກບາດກ້າວສຳຄັນຂອງໂຮງໝໍຮ່າໂນ້ຍ - ວຽງຈັນ ໃນການຂະຫຍາຍເຄືອຂ່າຍຄວາມຮ່ວມມືກັບສະຖາບັນການສຶກສາທັງພາຍໃນ ແລະ ຕ່າງປະເທດ. ໂດຍມຸ່ງເນັ້ນການຍົກສູງຂີດຄວາມສາມາດໃນການຜະລິດ ແລະ ພັດທະນາບຸກຄະລາກອນທາງການແພດ, ສົ່ງເສີມໂອກາດໃຫ້ນັກຮຽນ ແລະ ນັກສຶກສາທີ່ມີໃຈຮັກ ແລະ ມີຄວາມມຸ່ງໝັ້ນໃນວິຊາຊີບການແພດ ໄດ້ມີໂອກາດສຶກສາ, ຝຶກຝົນ ແລະ ພັດທະນາຕົນເອງ ກ້າວສູ່ການເປັນບຸກຄະລາກອນທີ່ມີຄຸນນະພາບ.
ນອກຈາກນີ້, ການຮ່ວມມືດັ່ງກ່າວຍັງເປັນໂອກາດໃນການແລກປ່ຽນອົງຄວາມຮູ້, ປະສົບການ ແລະ ເຕັກນິກທາງການແພດ, ພ້ອມທັງສົ່ງເສີມການຮ່ວມມືໃນການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນຢ່າງຕໍ່ເນື່ອງ. ທັງໝົດນີ້ມີເປົ້າໝາຍເພື່ອຍົກລະດັບມາດຕະຖານວິຊາການ, ປັບປຸງຄຸນນະພາບການບໍລິການກວດຮັກສາ ແລະ ດູແລສຸຂະພາບປະຊາຊົນໃຫ້ນັບມື້ນັບດີຂຶ້ນ ພ້ອມທັງປະກອບສ່ວນເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການສາທາລະນະສຸກຂອງທັງສອງປະເທດ.
ໃນໂອກາດນີ້, ຄະນະນຳໂຮງໝໍຮ່າໂນ້ຍ - ວຽງຈັນ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງຄະນະຜູ້ບໍລິຫານ ແລະ ຄະນະວິຊາການຂອງມະຫາວິທະຍາໄລພະຍາບານນາມດິ້ງ ແລະ ມະຫາວິທະຍາໄລການແພດທ໋າຍບິ່ງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໃຫ້ກຽດ ແລະ ອຳນວຍຄວາມສະດວກໃນການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້. ພວກເຮົາຫວັງເປັນຢ່າງຍິ່ງວ່າ ສາຍພົວພັນອັນດີງາມໃນຄັ້ງນີ້ ຈະເປັນຈຸດເລີ່ມຕົ້ນໃຫ້ແກ່ການຮ່ວມມືຢ່າງເປັນຮູບປະທຳ, ມີປະສິດທິຜົນ ແລະ ຍືນຍົງໃນອະນາຄົດ ເພື່ອຮ່ວມກັນພັດທະນາວຽກງານການສຶກສາ, ການແພດ ແລະ ສາທາລະນະສຸກໃຫ້ກ້າວໜ້າຍິ່ງຂຶ້ນ.

