ພະແນກຫູ,ດັງ,ຄໍ

ແນະນຳ
ພາຍໃຕ້ຄຳຂວັນທີ່ວ່າ“ດູແລສຸຂະພາບແບບຄົບວົງຈອນ”,ໂຮງໝໍຮ່າໂນ້ຍ-ວຽງຈັນໄດ້ຍົກສູງຄຸນນະພາບຂອງການບໍລິການ,ຄວາມເພີງພໍໃຈຂອງບັນດາທ່ານມາກ່ອນທຸກຢ່າງ,ໃສ່ໃຈດູແລລູກຄ້າດ້ວຍຄວາມຮັກແລະຄວາມຮັບຜີດຊອບ.
ຫ້ອງກວດຫູ,ດັງ,ຄໍຂອງໂຮງໝໍຮ່າໂນ້ຍ-ວຽງຈັນແມ່ນສະຖານທີ່ໆມີທ່ານໝໍຄຸນນະພາບ,ຄວາມສາມາດດ້ານການແພດສູງ,ມີປະສົບການຫຼາຍ,ຫ້ອງກວດປະກອບດ້ວນເຄືອງມືທີ່ທັນສະໄໝລະດັບຕົ້ນໆທີ່ຊ່ວຍໃນການບົ່ງມະຕິຜົນກວດໃດ້ຢ່າງຖືກຕ້ອງ,ວ່ອງໄວກັນອາການພະຍາດຂອງທ່ານ.
ສະພາບອາກາດທີ່ເປັນພິດແມ່ນສາເຫດທີ່ພາໃຫ້ເກີດພະຍາດກ່ຽວກັບຫູ,ດັງ,ຄໍນັບມື້ຍີ່ງແຜ່ຂະຫຍາຍແລະມີຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບ,ການດຳລົງຊີວີດຂອງພວກເຮົາ.ຖ້າຫາກວ່າທ່ານມີຄວາມຜີດປົກກະຕິທີ່ຫູ,ດັງ,ຄໍ,ທ່ານຄວນທີ່ຈະໄປກວດໃຫ້ໄວ,ເພື່ອປີ່ນປົວໃຫ້ຫາຍຂາດ,ຫຼີກລ້ຽງອາການຊ້ຳເຮື້ອແລະຜົນເສຍຫາຍທີ່ບໍ່ເພີ່ງປະສົງ.
ການບໍລິການທາງການແພດ
ພະແນກຫູ,ດັງ,ຄໍຂອງໂຮງໝໍຮ່າໂນ້ຍ-ວຽງຈັນແມ່ນກວດແລະປີ່ນປົວພະຍາດຄືດັ່ງຕໍ່ໄປນີ້:
- ພະຍາດກ່ຽວກັບຫູ:ອັກເສບຫູກາງ,ອັກເສບຫູນອກ,ຄວາມຜິດປົກກະຕິໃນຊ່ອງຫູ,ອັກເສບກະດູກຫູແລະຫູ
- ພະຍາດກ່ຽວກັບດັງ:ອັກເສບດັງເພາະພູມແພ້,ອັກເສບໄຂມັນຂອງດັງ, polyp ດັງ,ເລືອດດັງອອກ,ດັງໄຄ່,ຕັນດັນ.
- ພະຍາດກ່ຽວກັບຄໍ-ລຳຄໍ:ອັກເສບອາມີດານ amidan,ອັກເສບຄໍ,ອັກເສບ VA,ອັກເສບລຳຄໍ,ເສັ້ນໃຍກ່ອງສຽງ, polyp ກ່ອງສຽງ
- ການຜ່າຕັດກ່ຽວກັບຄໍ:ຜ່າຕັດໄຂສັນຫຼັງ,ຜ່າຕັດອາມີດານ amidan ,ໄອ VA,ຜ່າຕັດກ່ອງສຽງ,ຜ່າຕັດດັງ,ຜ່າຕັດ polyp ດັງ.
- ວີທີການປີ່ນປົວອື່ນໆ:ອານາໄມຫຼອດຫູ,ການສີກຂອງຕົ້ນຄໍ,ຫຍີບດັງ,ດັງຫັກ
ແນ່ໃສ່ການບໍລິການທີ່ດີທີ່ສຸດໃນການກວດແລະປີ່ນປົວພະຍາດໃຫ້ກັບລູກຄ້າ,ຫ້ອງກວດຫູ,ດັງ,ຄໍ-ໂຮງໝໍຮ່າໂນ້ຍ-ວຽງຈັນໃດ້ລົງທືນໃສ່ກັບການຊື້ອຸປະກອນການແພດທີ່ທັນສະໄໝຄື:ເຄື່ອງສ່ອງຫູ,ດັງ,ຄໍທີ່ມີການເຊື່ອມຕໍ່ກັບໜ້າຈໍ,ແວ່ນກວດຫູ,ເຄຶ່ອງສ່ອງຫູ,ເຄື່ອງແທກການໃດ້ຫຍີນ,ເຄື່ອງ VA.

