ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄົນຮັບຮູ້ພໄດ້ສະພາບລວມກ່ຽວກັບການດູແລຮັກສາສຸຂະພາບໃນປັດຈຸບັນ,ທັງຍັງເປັນຄຳແນະນຳເພື່ອປ້ອງກັນ,ຮັກສາສຸຂະພາບຂອງທ່ານຕື່ມອີກ.
ເປັນຫຍັງຈື່ງຕ້ອງກວດພະຍາດປະຈຳປີ?
ການກວດພະຍາດປະຈຳປີນັ້ນຊ່ວຍໃຫ້ສາມາດບົ່ງມະຕິພະຍາດທີ່ຮັກສາບໍ່ຫາຍໃດ້ທັນເວລາຄື:ໂລກເບົາຫວານ,ໂລກຕັບແຂງ,ໂລກມະເຮັງ,ຄວາມດັນເລືອດສູງ,ໄຂ່ຫຼັງຊຸກໂຊມແລະໂລກກ່ຽວກັບຫົວໃຈ,ຄວາມຜີດປົກກະຕິຂອງເສັ້ນປະສາດ,ພະຍາດທີ່ມັກເກີດໃນຫ້ອງການ,ທຸລະກີດ…ຈາກນັ້ນກໍ່ຫາວິທີປີ່ນປົວໃຫ້ທັນກັບເວລາ.
ດ້ວຍຜົນທີ່ອອກມາ,ທ່ານໝໍຈະໃຫ້ຄຳປືກສາແກ່ຄົນເຈັບສຳລັບການຫຼຸດຜ່ອນແລະປີ່ນປົວພະຍາດໃຫ້ຫາຍຂາດ.ການໃຫ້ຄຳປືກສາປະກອບໄປດ້ວຍ:ປ່ຽນວິທີການດຳລົງຊີວິດ,ປ່ຽນສະພາບແວດລ້ອມທີ່ຢູ່ອາໄສ,ປ່ຽນວິທີການເຮັດວຽກ,ການອອກແຮງງານ,ອອກກ່ຳລັງກາຍ,ອະນາໄມຕົນເອງແລະກີນອາຫານທີ່ເໝາະສົມກັບແຕ່ລະພະຍາດ…
ສະເພາະທ່ານຊາຍທີ່ມີອາຍຸຫຼາຍກ່ວາ40ປີ,ການສູບຢາຈະມີຄວາມສ່ຽງຫຼາຍທີ່ຈະກໍ່ໃຫ້ເກີດໂລກມະເຮັງປອດ,ຄວນທີ່ຈະສ່ອງໄຟຟ້າເບີ່ງປອດໃນໄລຍະທຸກໆ 6 ເດືອນ,ເພື່ອເປັນການບົ່ງມະຕີເຊື້ອມະເຮັງປອດໃນໄລຍະເລີ່ມຕົ້ນ.ສະເພາະປະເທດລາວເປັນປະເທດໜື່ງທີ່ນອນຢູ່ໃນເຂດອາກາດຮ້ອນຊຸ່ມ,ສະນັ້ນຈື່ງມີຄວາມສ່ຽງສູງທີ່ຈະເປັນພະຍາດວັນນະໂລກ,ດັ່ງນັ້ນການສ່ອງໄຟຟ້າໃນທຸກໆ 6 ເດືອນຕໍ່ໜື່ງຄັ້ງຈື່ງເປັນການບົ່ງມະຕິພະຍາດວັນນະໂລກກ່ອນເວລາອັນຄວນ.
ສະເພາະຜູ້ຍີງທີ່ອາຍຸຫຼາຍກ່ວາ40ປີ,ໃດ້ເກີດລູກມາຫຼາຍ,ຊ້ຳບໍ່ໜຳອາດຈະຍັງມີອາການອັກເສບຢູ່ລະຫ່ວງປາກໝົດລູກ,ຄວນທີ່ຈະສ່ອງເບີ່ງປາກມົດລູກເພື່ອເປັນບົ່ງມະຕິການຕິດເຊື້ອມະເຮັງມົດລູກ.ມະເຮັງເຕົ້ານົມກໍ່ແມ່ນໜື່ງໃນໂລກມະເຮັງທີ່ມັກພົບເຫັນຢູ່ໃນໝູ່ຍີງທີ່ເປັນໂສດອາຍຸຫຼາຍກ່ວາ40ປີ.ການເອໂກເຕົ້ານົມທຸກໆໄລຍະ3-6ເດືອນຈະສາມາດຊ່ວຍໃນການບົ່ງມະຕິກຸ່ມເປົ້າໝາຍ,ຍີ່ງຮັບຮູ້ພະຍາດໃດ້ໄວເທົ່າໃດຄວາມສາມາດໃນການປີ່ນປົວໃຫ້ຫາຍຂາດກໍ່ຍີ່ງມີສູງຂື້ນເທົ່ານັ້ນ.

ການເອົາເລືອດໃຫ້ກັບພະນັກງານ
ຄຸນປະໂຫຍດຂອງການກວດພະຍາດປະຈຳປີ?
ແຕ່ລະກຸ່ມອາຍຸ,ແຕ່ລະເພດໄວ,ສະພາບແວດລ້ອມການດຳລົງຊີວີດ,ການເຮັດວຽກຈະມັກພົບການຕິດເຊື້ອພະຍາດໃດໜື່ງທີ່ແຕກຕ່າງກັນ.ຄວນມີການກວດພະຍາດເປັນປະຈຳ,ເພື່ອທີ່ຈະຊ່ວຍຫຼຸດຜ່ອນການສີ້ນເປືອງທາງດ້ານເງີນຄຳແລະເວລາ,ດີທີ່ສຸດຄວນເລືອກລາຍການກວດທີ່ເໝາະສົມ,ຈາກລາຍການກວດພະຍາດທັງໝົດທີ່ໂຮງໝໍສະເໜີມານີ້,ຄົນເຈັບສາມາດ:
- ບົ່ງມະຕິພະຍາດກ່ອນເວລາອັນຄວນ.
- ປະຢັດເງີນ.
- ປະຢັດເວລາ.
- ຄວາມອາດສາມາດໃນການຫາຍຈາກພະຍາດມີສູງ,ອາການພິການມີໜ້ອຍ.
ບັນດາລາຍການກວດພະຍາດທີ່ສະເໜີໃຫ້ກັບບຸກຄົນ,ອົງກອນ,ຫົວໜ່ວຍທຸລະກີດລ້ວນແຕ່ເປັນລາຄາທີ່ປະຢັດໃຫ້ກັບລູກຄ້າ,ຕາລາງລາຄາທີ່ວາງອອກ,ໃດ້ຮັບການຈົດທະບຽນຢ່າງຈະແຈ້ງແລະບໍ່ມີການຕີງເກີດລາຄາອື່ນອີກ.ນອກຈາກນັ້ນທາງໂຮງໝໍຮ່າໂນ້ຍ-ວຽງຈັນພວກເຮົາຍັງມີລາຄາພິເສດໃຫ້ກັບລູກຄ້າທີ່ໜ້າຮັກທັງຫຼາຍ,ຫົວໜ່ວຍທຸລະກີດໃດ,ອົງກອນໃດທີ່ໃດ້ລົງທະບຽນກວດພະຍາດໃຫ້ກັບສະມາຊີກຂອງຕົນໃນຈຳນວນຫຼາຍ.
ດ້ວຍວັດຖຸອຸປະກອນທີ່ທັນສະໄໝ,ທີມແພດທີມີຄຸນນະພາບ,ທ່ານໝໍສະເພາະທາງ,ພວກເຮົາພ້ອມທີ່ຈະໃຫ້ການບໍລິການແກ່ບັນດາທ່ານດ້ວຍຄວາມເປັນກັນເອງແລະເພີງພໍໃຈຂອງບັນດາທ່ານເມື່ອມາທີ່ນີ້.
ທຸກໆຂໍ້ມູນຂອງການບໍລິການກະລຸນາຕີດຕໍ່ທາງ hotline: 030 99 66 999 ເພື່ອລົງທະບຽນກວດພະຍາດແລະຮັບຄຳປືກສາທີ່ດີກ່ວາ.
ຂ່າວອື່ນໆ

Đội phản ứng nhanh về đột quỵ
Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả
Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...

Nhận biết và xử lý bệnh viêm quai bị
Theo Cục Y tế dự phòng, Bộ Y tế, bệnh quai bị, còn gọi viêm tuyến nước bọt mang tai là bệnh truyền nhiễm cấp tính do virus quai bị. Bệnh lây qua đường...

