ກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ຢູ່ ໂຮງໝໍລາວີອີນເຕີເນຊັ່ນແນວ

ກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ຢູ່ ໂຮງໝໍລາວີອີນເຕີເນຊັ່ນແນວ

ກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ຢູ່ ໂຮງໝໍລາວີອີນເຕີເນຊັ່ນແນວ

ຊື່ອມໂຍງຊ່ຽວຊານ ຫວຽດນາມ – ລາວ | ແບ່ງປັນຄວາມຮູ້ – ຄຽງຄູ່ເພື່ອສຸຂະພາບຂອງຊຸມຊົນ ໃນວັນທີ 17/9/2026, ທີ່ສູນປະຊຸມ ICTC ລາວ - ຢີ່ປຸ່ນ, ໄດ້ຈັດກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການລັງສີ ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໂດຍມີການເຂົ້າຮ່ວມຂອງບັນດາຊ່ຽວຊານ, ແພດໝໍ ທີ່ມາຈາກ ຫວຽດນາມ ພ້ອມດ້ວຍທີມງານແພດໝໍທີ່ກຳລັງປະຕິບັດງານຢູ່ບັນດາໂຮງໝໍໃນທົ່ວປະເທດ ລາວ.

_MAN4930.JPG ກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ຢູ່ ໂຮງໝໍລາວີອີນເຕີເນຊັ່ນແນວ❤️ 🌏 ເຊື່ອມໂຍງຊ່ຽວຊານ ຫວຽດນາມ – ລາວ | ແບ່ງປັນຄວາມຮູ້ – ຄຽງຄູ່ເພື່ອສຸຂະພາບຂອງຊຸມຊົນ ໃນວັນທີ 17/9/2026, ທີ່ສູນປະຊຸມ ICTC ລາວ - ຢີ່ປຸ່ນ, ໄດ້ຈັດກອງປະຊຸມວິຊາພະຍາດຫົວໃຈ ຄັ້ງທີ 3 ແລະ ພິທີເປີດນຳໃຊ້ ຫ້ອງປະຕິບັດການລັງສີ ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໂດຍມີການເຂົ້າຮ່ວມຂອງບັນດາຊ່ຽວຊານ, ແພດໝໍ ທີ່ມາຈາກ ຫວຽດນາມ ພ້ອມດ້ວຍທີມງານແພດໝໍທີ່ກຳລັງປະຕິບັດງານຢູ່ບັນດາໂຮງໝໍໃນທົ່ວປະເທດ ລາວ. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໃນການເພີ່ມທະວີການຮ່ວມມືດ້ານວິຊາສະເພາະ, ເຊື່ອມໂຍງທີມງານການແພດ ຫວຽດນາມ – ລາວ ແລະ ແບ່ງປັນຄວາມຮູ້, ປະສົບການຕົວຈິງ ໃນຂົງເຂດພະຍາດຫົວໃຈ ແລະ ການປິ່ນປົວດ້ວຍຫັດຖະການ. 🫀 ກອງປະຊຸມວິທະຍາສາດພະຍາດຫົວໃຈ ຄັ້ງທີ 3 ກອງປະຊຸມມີການເຂົ້າຮ່ວມຂອງບັນດາວິທະຍາກອນ, ຊ່ຽວຊານ ທີ່ມາຈາກ ໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂຮງໝໍ E ແລະ ໂຮງໝໍແຂວງແທັງຮົວ, ພ້ອມດ້ວຍບັນດາແພດໝໍ ທີ່ມາຈາກຫຼາຍໂຮງໝໍໃນທົ່ວປະເທດ ລາວ. ໃນພິທີ, ບັນດາຊ່ຽວຊານ ແລະ ແພດໝໍ ໄດ້ຮ່ວມກັນອັບເດດຄວາມຮູ້ດ້ານວິຊາສະເພາະ, ແລກປ່ຽນປະສົບການໃນການບົ່ງມະຕິ ແລະ ປິ່ນປົວພະຍາດຫົວໃຈ, ພ້ອມທັງແບ່ງປັນປະສົບການຕົວຈິງໃນຂະບວນການກວດ ແລະ ປິ່ນປົວຄົນເຈັບ. ການເຂົ້າຮ່ວມຂອງທີມງານຊ່ຽວຊານຈາກ ຫວຽດນາມ ແລະ ແພດໝໍຢູ່ ລາວ ໄດ້ສ້າງໃຫ້ເກີດເວທີປຶກສາຫາລືດ້ານວິຊາສະເພາະທີ່ເປີດກວ້າງ, ເຊິ່ງເປັນບ່ອນທີ່ຄວາມຮູ້, ປະສົບການ ແລະ ການປະຕິບັດຕົວຈິງໃນຫ້ອງກວດ ໄດ້ຖືກແບ່ງປັນ ແລະ ເຊື່ອມໂຍງເຖິງກັນ. 🩺 ເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ບາດກ້າວຂະຫຍາຍຕົວທີ່ສໍາຄັນຂອງງານແມ່ນ ພິທີເປີດນຳໃຊ້ ຫ້ອງປະຕິບັດການຮ່ວມລັງສີ ຢູ່ ໂຮງໝໍລາວີ ອີນເຕເນຊັ່ນແນວ ການນຳເອົາ ຫ້ອງປະຕິບັດການຮ່ວມລັງສີ ເຂົ້າໃນການເຄື່ອນໄຫວ ໄດ້ຢັ້ງຢືນເຖິງບາດກ້າວການຂະຫຍາຍໂຕໃໝ່ ໃນການຂະຫຍາຍເຕັກນິກວິຊາສະເພາະເລິກ ແລະ ຍົກສູງຄວາມສາມາດໃນການກວດ, ບົ່ງມະຕິ ແລະ ປິ່ນປົວ ຢູ່ໂຮງໝໍ. ໂດຍສະເພາະ, ໄດ້ຮັບການສະໜັບສະໜູນ ແລະ ການຄຽງຄູ່ດ້ານວິຊາສະເພາະຈາກ ໂຮງໝໍ ຮ່າໂນ້ຍ – ວຽງຈັນ ແລະ ໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ເຊິ່ງມີສ່ວນຮ່ວມໃນການເພີ່ມທະວີການເຊື່ອມໂຍງ ລະຫວ່າງ ບັນດາສະຖາບັນການແພດ, ສ້າງໂອກາດຕື່ມອີກໃນການແລກປ່ຽນ, ຝຶກອົບຮົມ ແລະ ຊ່ວຍເຫຼືອດ້ານວິຊາສະເພາະໃນຕໍ່ໜ້ານີ້. 🤝 ຫວຽດນາມ – ລາວ: ເຊື່ອມໂຍງເພື່ອຮ່ວມກັນພັດທະນາ ການເຂົ້າຮ່ວມຂອງບັນດາຊ່ຽວຊານ ຫວຽດນາມ ພ້ອມດ້ວຍບັນດາແພດໝໍທີ່ມາຈາກໂຮງໝໍຕ່າງໆຢູ່ ລາວ ໄດ້ມີສ່ວນຮ່ວມສ້າງໃຫ້ກອງະຊຸມມີຄວາມໝາຍ, ບໍ່ພຽງແຕ່ໃນຂົງເຂດວິຊາສະເພາະເທົ່ານັ້ນ ແຕ່ຍັງຢູ່ໃນການຮັດແໜ້ນສາຍພົວພັນການຮ່ວມມື, ການແບ່ງປັນ ແລະ ການຄຽງຄູ່ກັນ ລະຫວ່າງ ທີມງານການແພດຂອງທັງສອງປະເທດ. ❤️ ທຸກໆກອງປະຊຸມວິຊາການ ແມ່ນໂອກາດເພື່ອການຮຽນຮູ້. 🤝 ທຸກໆການເຊື່ອມໂຍງ ແມ່ນໂອກາດຂອງການຮ່ວມມື. 🩺 ທຸກໆບາດກ້າວຂະຫຍາຍຕົວທາງດ້ານວິຊາສະເພາະ ແມ່ນການເພີ່ມໂອກາດໃຫ້ຄົນເຈັບໄດ້ເຂົ້າເຖິງການບໍລິການດ້ານການແພດທີ່ມີຄຸນນະພາບດີຂຶ້ນ. ໂຮງໝໍຮ່າໂນ້ຍ – ວຽງຈັນ ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂຮງໝໍ E, ໂຮງໝໍແຂວງແທັງຮົວ, ບັນດາຊ່ຽວຊານ, ວິທະຍາກອນ ແລະ ທີມງານແພດໝໍທຸກທ່ານ ທີ່ມາຈາກບັນດາໂຮງໝໍຢູ່ ລາວ ທີ່ໄດ້ເຂົ້າຮ່ວມ, ແບ່ງປັນ ປະສົບການໃນຄັ້ງນີ້. 💙 ຮ່ວມມືກັນເຊື່ອມໂຍງວິຊາສະເພາະ – ແບ່ງປັນຄວາມຮູ້ – ຄຽງຄູ່ເພື່ອສຸຂະພາບຂອງຊຸມຊົນ.