ຜົນຮ້າຍແລະການປ້ອງກັນພະຍາດຄວາມດັນເລືອດ

ຜົນຮ້າຍແລະການປ້ອງກັນພະຍາດຄວາມດັນເລືອດ

ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ.

ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ.

ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດແລະຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ.

ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ.

 

ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ?
ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ.

ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກແລະຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: ໄຂ່ຫຼັງ, ຫຼອດເລືອດ, ຫົວໃຈ, ລະບົບຂັບຖ່າຍທີ່ພາໃຫ້ໄຂ່ຫຼັງຊຸກໂຊມຊ້ຳເຮື້ອ, ຫຼອດເລືອດໄຂ່ຫຼັງຕີບ, ຄວາມຮຸນແຮງຂອງ  aldosterone ພື້ນຖານ, ມີກ້ອນໃນໄຂ່ຫຼັງ ແລະເນື່ອງມາຈາກການກີນຢາຄຸມກຳເນີດ

ຄວາມດັນເລືອດສູງແມ່ນໜື່ງໃນຄວາມສ່ຽງຂອງໂລກຫຼອດເລືອດ, ເລືອດກ້ານໃນຫົວໃຈ, ແລະ ຫຼອດເລືອດຫົວໃຈຕີບ, ນອກຈາກນັ້ນເປັນຍັງສາເຫດທີ່ພາໃຫ້ໄຂ່ຫຼັງຊຸກໂຊກຊ້ຳເຮື້ອ ແລະອາການຢູ່ຕາ, ຄວາມດັນເລືອດແມ່ນຈະເຮັດໃຫ້ອາຍຸໄຂພື້ນຖານຫຼົດລົງ.

ເມື່ອໃດຈື່ງສາມາດເວົ້າໄດ້ວ່າຄວາມດັນເລືອດສູງ?

ຄົນເຮົາມັກໃຫ້ຄວາມໜາຍ ຄວາມດັນເລືອດສູງ ( ຫຼືຄວາມດັນເລືອດຫຼາຍ) ໃຫ້ຈຳນວນຄວາມດັນເລືອດສູງ ແລະ ຄວາມດັນເລືອດຫຼຸດ(ຄວາມດັນເລືອດຂາດ) ໃຫ້ຈຳນວນຄວາມດັນເລືອດຕ່ຳ

ເມື່ອຈຳນວນຄວາມດັນເພີ່ມຫຼາຍກ່ວາ 140 mmHg ແລະ ຄວາມດັນເດຍສະໂຕລີກຫຼາຍ ກ່ວາ 90 mmHg ນັ້ນຖືວ່າຄວາມດັນເລືອດສູງ. ສຳລັບຜູ້ສູງອາຍຸ, ຄວາມດັນເລືອດທີ່ຂື້ນສູງສ່ວນຫຼາຍຈະແມ່ນຄວາມດັນເລືອດຊິດໂຕລີກໂດຍແມ່ນຈຳນວນຕົວເລກຄວາມດັນສູງກ່ວາ >160mmHg ແຕ່ວ່າຄວາມດັນເດຍສະໂຕລີກບໍ່ສູງກ່ວາ 90 mmHg

 

ສະນິດ

ຄວາມດັນຊິດໂຕລີກ

ຄວາມດັນເດຍສະໂຕລີກ

mmHg

kPa

mmHg

kPa

ປົກກະຕິ

90-119

12-15.9

60-79

8.0-10.5

ຄວາມດັນເລີ່ມສູງ

120-139

16.0-18.5

80-89

10.7-11.9

ລະດັບທີ່ 1

140-159

18.7-21.2

90-99

12.0-13.2

ລະດັບທີ່ 2

≥160

≥100

≥100

≥13.3

ຄວສມດັນສູງໂດດດ່ຽວ

≥140

≥18.7

<90

<12.0

ປະຈຸບັນນີ້ຍ້ອນຄວາມກ້າວໜ້າທາງດ້ານເຕັກນິກການບົ່ງມະຕິ ( ເຄື່ອງແທກຄວາມດັບມີຢູ່ທົ່ວໄປ) ແລະນັບມື້ນັບມີຢາປີ່ນປົວທີ່ມີຜົນຂ້າງຄຽງໜ້ອຍ, ການປີ່ນຕົວໄດ້ແກ້ໄຂຄຸນນະພາບການດຳລົງຊີວິດຂອງຄົນເຈັບ, ຫຼົດຜ່ອຍອັດຕາການເສຍຊີວິດແລະອຳມະພາດ ( ອຳມະພາດເຄີ່ງໂຕ, ຫົວໃຈວາຍ) ອັນເນື່ງມາຈານຄວາມດັນເລືອດສູງ.

ຜູ້ທີ່ເປັນພະຍາດຄວາມດັນກໍ່ຕ້ອງໄດ້ຮັບການປີ່ນປົວທີ່ສີ້ນເປືອງຍາວນານເພື່ອແລກກັບການມີຊີວິດທີ່ປອດໄພ

ຄວາມດັນເລືອດສູງມີຫຼາຍສາເຫດເປັນຕົ້ນວ່າ: ອາຍຸ, ປະຫວັດຄອບຄົວ, ພະຍາດຕຸ້ຍ, ເຄື່ອນໄຫວໜ້ອຍ, ສູບຢາ, ກີນເຄັມ, ກົດດັນ, ບາງພະຍາດຊ້ຳເຮື້ອ ( ໄຂມັນສູງ, ເບົາຫວານ, ພະຍາດໄຂ່ຫຼັງ, ຢຸດຫາຍໃຈເວລານອນ) ແລະບາງຄັ້ງການຖືພາກໍ່ຊ່ວຍໃຫ້ຄວາມດັນເພີ່ມຂື້ນ

ເຖີງວ່າພະຍາດຄວາມດັນເລືອດຈະມັກພົບຢູ່ໃນຜູ້ສູງອາຍຸ, ແຕ່ວ່າເດັກນ້ອຍກະມີຄວາມສ່ຽງ, ມີເດັກບາງຄົນ, ຄວາມດັນສູງແມ່ນຍ້ອນໄຂ່ຫຼັງແລະຫົວໃຈ. ແຕ່ວ່າເດັກສ່ວນໃຫຍ່, ການກີນຢູ່ເປັນລະບົບແລະບໍ່ມີການອອກກ່ຳລັງກາຍກໍ່ມີຄວາມໃຫ້ເປັນພະຍາດຄວາມດັນເລືອດເຊັ່ນກັນ.

ຄວາມດັນເລືອດບໍ່ແມ່ນຕົວເລກຄົງທີ່

ຕົວເລກຄວາມດັນອາດມີການປ່ຽນແປງເມື່ອມີສາເຫດກະທົບທາງດ້ານຈິດໃຈ( ຄວາມກັງວົນ, ຄວາມຢ້ານກົວ, ບໍ່ມ່ວນຊື່ນ...) ການເຄື່ອນໄຫວ(ໄປມາ, ໂດດເຕັ້ນ) ຫຼືສະພາບແວດລ້ອມ(ໜາວຮ້ອນ), ທາດກະຕຸ້ນ(ຢາສູບ, ກາເຟ, ເຫຼົ້າເບຍ) ແລະພະຍາດ( ໄຂ້ຮ້ອນ, ເຈັບປວດ). ໃນບັນດາສາເຫດດັ່ງກ່ວາກະບໍ່ສາມາດເວົ້າໄດວ່າເຈົ້າເປັນພະຍາດຄວາມດັນ.

ເພື່ອເຮັດໃຫ້ມີຈຳນວນຕົວເລກຄວາມດັບທີ່ຖືກຕ້ອງທີ່ສຸດ, ເຈົ້າຄວາມແທກຄວາມດັນໃນຊ່ວງທີ່ມີສະພາບຈິດໃຈສະຫງົບ, ຄວາມເອົາໃຈໃສຄືບໍ່ຄວາມດື່ມກາເຟ, ສູບຢາ,ໃຊ້ສານກະຕຸ້ນທີ່ມີທົບກະທົບຕໍ່ຄວາມດັນ( ຄືຢາດົມ) ກ່ອນທີ່ຈະແທກຄວາມດັນເດືອດ.


ມີຫຼາຍຄົນທີ່ຮູ້ວ່າຕົນເອງມີຄວາມດັນເລືອດສູງກໍ່ຕໍ່ເມື່ອໄປກວດສຸຂະພາບປະຈຳປີຫຼືເມື່ອເປັນໂລກຫຼອດເລືອດສະໝອງ. ດີທີ່ສຸດ, ຄົນທີ່ຍັງບໍ່ເຄີຍມີຄວາມດັນສູງຄວນແທກຄວາມດັນເປັນປະຈຳ, ແລະເມື່ອສົງໄສຄວາມຄວາມດັນຂື້ນສູງແມ່ນຕ້ອງໄດ້ແທກຄວາມດັນຫຼາຍເທື່ອ.

ອາການຂອງຄວາມດັນເລືອດສູງ

ຄວາມດັນເລືອດສູງຖ້າວ່າບໍ່ໄດ້ຮັບການບົ່ງມະຕິແລະປີ່ນປົວໃຫ້ທັນເວລາ ຈະມີອາການຕໍ່ລະບົບຕໍ່ໄປນີ້ເຊັ່ນ: ຫົວໃຈ, ສະໝອງ, ຫຼອດເລືອດຟອຍ.

  • ອາການບາງຊ່ວງ: ອາດເປັນອັນຕະລາຍຕໍ່ລະບົບ, ລວມມີຫຼອດເລືອດສະໝອງ, ເລືອດຫົວໃຈກ້າມ, ແກຫຼອດເລືອດໃຫຍ່, ປອດ, ໄຂ່ຫຼັງຊຸກໂຊມກະທັນຫັ.
  • ອາການຍາວນານ: ເກີດກັບຄົນທີ່ເປັນຄວາມດັນສູງທີ່ບໍ່ໄດ້ຮັບການບົ່ງມະຕິແລະປີ່ນປົວຖືກຕ້ອງ, ອາການປະກອບດ້ວຍ: ອາການວີນວຽນ, ພະຍາດຕາ, ຫົວໃຈໃຫຍ່, ຫົວໃຈຊຸກໂຊມ, ເຈັບໜ້າເອີກ, ຫົວໃຈຂາດເລືອດ, ໄຂ່ຫຼັງຊຸກໂຊມ, ເຈັບເປັນບັ້ນ

ການວິເຄາະທີ່ຄວນເຮັດເມື່່ອຄວາມດັນເລືອດສູງ

ວິເຄາະພື້ນຖານສຳລັບຄົນເຈັບທົ່ວໄປ

  • ກວດນ້ຳຍ່ຽວ
  • ກວດເລືອດທັງໝົດ
  • ກວດເມັດເລືອດ
  • ແທກຄື້ນໄຟຟ້າຫົວໃຈ

ວິເຄາະທີ່ຈຳເປັນ

  • ລະດັບຄື້ນ creatinine, ໂປຮຕີນໃນນ້ຳຍ່ຽວ, ໂປຮຕີນໃນນ້ຳຍ່ຽວ 24 ຊົ່ວໂມງ, calcium, axit uric, triglyceride ຊ່ວງຫິວ, LDL cholesterol, glycosolated hemoglobin, TSH,
  • ເອໂກຫົວໃຈ

ຄົນເຈັບທີ່ອາຍຸຫຼາຍກົ່ວ 40 ຫາ 50 ປີ ທີ່ມີອາການກ່ຽວກັບຫຼອດເລືອຫົວໃຈຄວນແທກຄື້ນໄຟຟ້າຫົວໃຈ ເພື່ອກວດເພື່ອວານຫົວໃຈ


ສາເຫດທີ່ພາໃຫ້ຄວາມດັນຂື້ນສູງ

ສ່ວນຫຼາຍສາເຫດທີ່ພາໃຫ້ເກີດຄວາມດັນເລືອດສູງແມ່ນຈະບໍ່ມຮສາເຫດທີ່ຈະແຈ້ງ, ນອກຈາກທີ່ຈະປີ່ນປົວດ້ວຍຢາລົດຄວາມດັນແມ່ນຕ້ອງໄດ້ໃສ່ໃຈກັບການປີ່ນປົວພາກສ່ວນອື່ນຄື ດບົາຫວານ, ປິລີບຂື້ນ, ຫຫຼຸດກີເຄັນ, ກຳອາຫານແລະອອກກ່ຳລັງກາຍ

ນອກຈາກເດັກນ້ອຍແລະຜູ້ສູງອາຍຸຕ້ອງເອົາໃຈໃສ່ບາງສາເຫດທີ່ກ່ຽວກັບການຜ່າຕັດ, ທີ່ສມາດປີ່ນປົວທີ່ດີແລ້ວຮຽບຮ້ອຍຄື, ຫຼອດເລືອດໃຫຍ່ຕີບ, ຫຼອດເລືອດໄຂ່ຫຼັງຕີບ, ກ້ອນໄຂ່ຫຼັງ


ປີ່ນປົນຄວາມດັນສູງ

ການປີ່ນປົວແມ່ນເພື່ອປ້ອງຄວາມອັນຕະລາຍທີ່ຈະເກີດຂື້ນຈາກຄວາມດັນເລືອດສູງ

ທ່ານໝໍຈະໃຫ້ຢາທ່ານເມື່ອໄດ້ກວດເບີ່ງຕົວເລກຄວາມດັນຂອງທ່ານ, ຄວາມດັນສູງມີຜົນກະທົບຕໍ່ຫົວໃຈ, ຕາ, ໄຂ່ຫຼັງ, ສະໝອງ ຫຼືພະຍາດທີ່ກ່ຽວຂ້ອງ( ເບົວຫວານ, ໄຂມັນໃນເລືອດ)

ການປີ່ນປົວຄວາມດັນເລືອດຂື້ນສູງແມ່ນຕ້ອງໄດ້ປີ່ນປົວໄປຕະຫຼອດຊີວິດ, ຖ້າວ່າຄວາມດັນກັບມາເປັນປົກກະຕິແລ້ວກໍ່ບໍ່ຄວາມຢຸດກີນຢາຫຼຸດຄວາມດັນຄວນທີ່ຈະສືບຕໍ່ປີ່ນປົວເພາະວ່າຄວາມດັບຈະເພີ່ມຂື້ນເມື່ອເຊົາກີນຢາ. ຕ້ອງໄດ້ປືກສາແພດເລື້ອຍໆເມື່ອຄວາມດັບສູງຫຼືຕ່ຳ.

ການປ່ຽນແປງການດຳລົງຊີວິດນັ້ນມີຄວາມສຳຄັນຫຼາຍໃນການປີ່ນປົວຄວາມດັນເຊັ່ນ: ຫຼຸດກີນເຄັມ, ຫຼຸດໄຂມັນ, ຫຼຸດນ້ຳຕານ( ຖ້າເປັນພະຍາດເບົາຫວານ), ບໍ່ດື່ມເຫຼົາເບາຍຫຼາຍ,ເຖີງວ່າຈະດື່ມໃນລະດັບທີ່ພໍຄວນກໍ່ມີຜົນກໍ່ສຸຂະພາບຂອງທ່ານ.

ອອກກ່ຳລັງກາຍເປັນປະຈຳເພື່ອຫຼົດນ້ຳໜັກ, ເຄື່ອນໄຫວ 30-45 ນາທີໃນທຸກມື້, ບໍ່ສູບຢາ, ເຝີກຈິດສະສະບາຍ, ພັກຜ່ອນໃຫ້ພຽງພໍ

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...