ຄວນລະວັງການໃຊ້ຢາໃນຊ່ວງທີ່ ກ່ຳລັງຖືພາ

ໃນຊ່ວງທີ່ຖືພາ, ແມ່ບໍ່ຄວນໃຊ້ຢາຕາມອຳເພີໃຈ, ລວມທັງຈຳພວກຢາແກ້ໄອທົ່ວໄປ. ແນະນຳໃຫ້ແມ່ຍີງຖືພາຄວນທີ່ຈະກວດແລະປືກສາທ່ານໝໍ່ສະເພາະທາງກ່ອນທີ່ຈະນຳໃຊ້ຢາແກ້ໄຂເພື່ອຫຼີກລ້ຽງຜົນກະທົບຕໍ່ກັບລູກໃນທ້ອງ.
ອາການໄອທີ່ມັກພົບເຫັນ
ການໄອແມ່ນປະຕິກິລິຍາຕອບສະໜອງປ້ອງກັນທາງເດີນຫາຍໃຈເມື່ອມີການກະຕຸ້ນແບບອາຍຫຼືແບບນ່ຳເມືອກ, ແບບແຂງ... ກະທົບໃສ່ບໍລິເວນຄໍ - ຫຼອດລົມ. ໄອກໍ່ແມ່ນ ປະຕິກິລິຍາຕອບສະໜອງປ້ອງກັນຂອງຮ່າງກາຍ, ດັ່ງນັ້ນການໄອຈື່ງແມ່ນປະຕິກິລິຍາຕອບສະໜອງທີ່ມີຜົນຕໍ່ການປ້ອງກັນຂອງປອດ, ຍ້ອນເຫດຜົນນັ້ນຄົນເຮົາຈື່ງຊອກສາເຫດຂອງການໄອເພື່ອປີ່ນປົວແຕ່ບໍ່ມີແມ່ນການປິດອາການໄອຍົກເວັ້ນກໍລະນີທີ່ໄອເປັນຮູດທີ່ມີຜົນກະທົບຕໍ່ການເຄື່ອນໄຫວໃຊ້ຊີວິດປະຈຳວັນຂອງຄົນເຈັບ, ມີຜົນສະທ້ອງເຖີງລູກໃນທ້ອງເຊັ່ນການໄອເປັນຮູດຈະເຮັດໃຫ້ເກີດອາການກ້າມເນື້ອໃນມົດລູກຮັດ, ສຳຄັນແມ່ນກໍ່ໃຫ້ເກີດການລຸລູກໃນຊ່ວງ 3 ເດືອນແລກ.
ໄອແມ່ນອາການສະແດງອອກທີ່ຄົນເຈັບສາມາດຮັບຮູ້ໄດ້ດ້ວຍຄົນເອງ, ການສະແດງອອກເປັນຮູດຫຼືເປັນບັ້ນ, ໄອແຫ້ງ ຫຼື ໄອມີຂີ້ກະເທີ່, ຂີ້ກະເທີ່ສີເຫຼືອງຫຼືສີຟ້າ. ໄອອາດເກີດຂື້ນໃນຕອນທ່ຽງຫຼືຕອນການຄືນທັງເຮັດໃຫ້ຫາຍໃຈຍາກ. ແຕ່ວ່າ, ຕາມສະຖິຕິມີເຖີງ 85% ຂອງຄົນເຈັບທີ່ປີ່ນປົວອາການໄອດ້ວຍຕົນເອງຢູ່ເຮືອນຈົນຮູ້ວ່າອາການບໍ່ດີຂື້ນຈື່ງໄປພົບແພດໝໍ.
ໄອອາດຈະເກີດມາຈາກຫຼາຍພະຍາດເຊັ່ນໄອຍ້ອນອັກເສບໂຜ້ງດັງ, ໄອຍ້ອນຄໍອັກເສບ(ຄໍອັກເສບ, ເຫັດໃນຄໍ), ອັກເສບຫຼອດລົມ, ໄອຍ້ອນພະຍາດກ່ຽວກັບປອດ, ໄອຍ້ອນພະຍາດກະເພາະຫຼອດອາຫານກົດໄຫຼຢ້ອນ, ໄອຍ້ອນມະເຮັງຫຼອດລົມ...
ນັບແຕ່ເຊື້ອຈົນຮອດຢາປີ່ນປົວ
ໄອອາດຈະເກີດມາຈາກຫຼາຍພະຍາດເຊັ່ນໄອຍ້ອນອັກເສບໂຜ້ງດັງ, ໄອຍ້ອນຄໍອັກເສບ(ຄໍອັກເສບ, ເຫັດໃນຄໍ), ອັກເສບຫຼອດລົມ, ໄອຍ້ອນພະຍາດກ່ຽວກັບປອດ, ໄອຍ້ອນພະຍາດກະເພາະຫຼອດອາຫານກົດໄຫຼຢ້ອນ, ໄອຍ້ອນມະເຮັງຫຼອດລົມ...
ອີງໃສອາການກັບການໄອແລະຈຸດພິເສດຂອງການໄອທີ່ທາງແພດໝໍໄດ້ຊອກຫາສາເຫດເພື່ອປີ່ນປົວ.
ເມື່ອເປັນໄອຍ້ອນຄໍອັກເສບ: ປົກກະຕິແລ້ວແມ່ນຈະນຳໃຊ້ຢາຕ້ານເຊື້ອ(ຖ້າວ່າອັກເສບຍ້ອນເຊື້ອແບັກຄີເລຍ) ຈຳພວກຢາຕ້ານເຊື້ອທີ່ມັກໃຊ້ແມ່ນກຸ່ມ beta lactam ປະກອບກັບ penicillin, cephalosporin... ນີ້ແມ່ນກຸ່ມຢາຕ້ານເຊື້ອທີ່ສາມາດຂ້າເຊື້ອແບັກຄີເລຍ. ຈຳພວກຢາ beta lactam ບໍ່ມີຜົນສະທ້ອນຕໍ່ລູກໃນທ້ອງ.
ຢາຊ່ວຍລົດການກະຕຸ້ນໃນລຳຄໍ - ບໍ່ມີ codein, ປ້ອງກັນພູມແພ້(ໄອຍ້ອນພູມແພ້).
ຢາທີ່ຢູ່ລະຫ່ວາງການຂອງລະດັບທາດເຄມີໃນນ້ຳເມືອກບໍລິເວນຄໍກັບຢາທີ່ມີບາຊເບັກໜ້ອຍ natribicarbonate, ນ້ຳເກືອ....
ເມື່ອເປັນໄອຍ້ອນອັກເສບດັງຄໍ: ປົກກະຕິຈະນຳໃຊ້ຢາຕ້ານເຊື້ອປີ່ນປົວອາການອັກເສບໂຜ້ງດັງ, ກັບທີ່ແມ່ນໃຊຢາຮັດຫຼອດເລືອດ, steroid ຊິດ...
ໄອຍ້ອນກົດໄຫຼຢ້ອນ: ນ້ຳໃຊຢາຕ້ານເຊື້ອ H2, ປ້ອງກັນກົດໄຫຼຢ້ອນ.
ແມ່ຍີງທີ່ຖືພາມັກຄິດວ່າຍ້ອນກ່ຳລັງຕັ້ງທ້ອງຈື່ງບໍ່ຄວນນຳໃຊ້ຢາ ແລະ ພະຍາຍາມອົດທົນຈົນວ່າບໍ່ສາມາດອົດໄດ້ຈື່ງໄປກວດ, ປົກກະຕິແລ້ວເວລາທີ່ໄດຫາທ່ານໝໍນັ້ນສ່ວນຫຼາຍຄົນເຈັບຈະມີອາການໜັກ, ຫຼາຍກໍ່ລະນີພະຍາດໄດ້ປ່ຽນອາການລົງໄປຮອດຫຼອດລົມ, ປອດ. ໃນຕອນນີ້ການໃສ່ຢານັ້ນແມ່ນມີຄວາມຈຳເປັນ, ບໍ່ພຽງແຕ່ເທົ່ານັ້ນບາງທີ່ຄົນເຈັບອາດໄດ້ໃຊ້ຢາທີ່ແຮງຫຼາຍສະນິດປະສົມໃສ່ກັນ.
ແຕ່ວ່າຕາມສະຖິຕິ, ແມ່ຍີງຖືພາທີ່ມີອາການໄອໜັກເມື່ອໄປກວດຊ່ອງດັງຄໍແມ່ນຈະອັກເສບໂຜ້ງດັງກາຍເປັນອັກເສບຫຼອດລົມ. ດັ່ງນັ້ນ, ຜູ້ຍີງຖືພາເມື່ອຮູ້ວ່າຕົນເອງມີອາການໄອຄວນທີ່ຈະໄປກວດທັນທີ. ໃນໄລຍະເລີ່ມຕົ້ນມັກຈະອັກເສບຍ້ອນການກະທົບ ແລະ ສາມາດນຳໃຊ້ຢາພື້ນເມືອງເຊັ່ນ Terminalia chebula, Bluebell, siro...,ຫຼືວ່າຢູ່ໃນໄລຍະນີ້ສາມາດນຳໃຊ້ຢາອົມເຊັ່ນ lysopaine, dorithrocine, ຢາດົມ, ຢາຕ້ານເຊື້ອທົ່ວໄປແມ່ນສາມາດເຮັດໃຫ້ພະຍາດລົດລົງ.
ບາງວິທີທົ່ວໄປທີ່ສາມາດນຳໃຊ້ກັບຜູ້ຍີງຖືພາໄດ້
ອົມໝາກໂອມາຍ: ເຮັດໃຫ້ສະຍາຍຄໍແລະ ລົດອາການໄອ. ຕາມແພດແຜນໄທ, ໝາກໂອມາຍມີຄຸນປະໂຫຍກຊ່ວຍບັນເທົາການກະຫາຍນ້ຳ(ຊ່ວຍເພີ່ມນ້ຳລາຍ) ດັ່ງນັ້ນຈື່ງຊ່ວຍປ້ອງກັນຄໍແຫ້ງ, ເຮັດໃຫ້ເຍື້ອເມືອກລຳຄໍຊຸ່ມ. ນອກຈາກນີ້, ໂອມາຍຍັງມີລົດສົ້ມ, ສາມາດຂື້ນ, ສາມາດຕົກ, ຊ່ວຍລະບາຍອາກາດເວລາໄອ.
ນຳໃຊ້ນ້ຳເຜີ້ງ: ຊ່ວຍໃນການລົດຫຼາກຫຼາຍອາການຫຍຸ້ງຍາຂອງລຳຄໍເຊັ່ນວ່າ ລົດອາການອັກເສບຄໍຍ້ອນມີການຕ້ານເຊື້ອທຳມະຊາດ, ຊ່ວຍໃຫ້ຄໍໂລ່ງຢ່າງໄວວາເນື່ອງການລົດຫວານອັນກົມກ່ອມ. ນ້ຳເຜີ້ງຍັງຊ່ວຍໃຫ້ລົດອາການໄອໄດ້ຮັບຜົນດີ, ເຮັດໃຫ້ບາດແຜຄວາມເສຍຫາຍຂອງເຍື້ອເມືອກທີ່ເກີດຈາກການກະທົບຂອງຈຸລັງເຍັນໄວໄດ້ຄຸນປະໂຫຍກຂອງ albumin ແລະ acid panthotenic ທີ່ມີຢູ່ໃນສ່ວນປະກອບ.
ອົມຢາສະໝຸນໄທ: ມີສ່ວນປະສົມມາຈາກໂອມາຍ, ນ້ຳເຜີ້ງແລະຢາສະໝຸນໄທຫຼາຍສະນິດເຊັ່ນ Bulbus Fritillariae Cirrhosae, Folium Eriobotryae, ໂສມ, Bluebell, Typhonium trilobatum, ຂີງ, Menthol... ທັງບຳລຸງປອດ, ທັງລົດອາການໄອໄດ້ຮັບຜົນດີ, ສະບາຍຄໍ, ລົດອາການຄັນຄໍ. ຢາສະໝຸນໄທພິເສດ, ມີສ່ວນປະສົມຂອງສະໝຸນໄທສູງໃນແຕ່ລະເມັດ
ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...
ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ
Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả
Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...

