ນະວັດຕະກຳອັນກ້າວກະໂດດ

ນະວັດຕະກຳອັນກ້າວກະໂດດ

ດ້ວຍຄວາມປາດຖະໜາຢາກສະໜອງ ການບໍລິການທາງດ້ານການແພດຢ່າງເຕັມສ່ວນໃຫ້ແກ່ຄົນເຈັບ, ທາງໂຮງໝໍຮ່າໂນ້ຍ - ວຽງຈັນ ໄດ້ນຳໃຊ້ລະບົບການຖ່າຍສັດສ່ວນ CT Scanner ຫຼາກຫຼາຍຄວາມສາມາດ ລຸ້ນໃໝ່ GE ຈາກ ອາເມຣິກາ ດ້ວຍນະວັດຕະກຳອັນກ້າວກະໂດດ.

ລະບົບຖ່າຍສັດສ່ວນຫຼາກຫຼາຍຄວາມສາມາດ ລຸ້ນໃໝ່ GE ຂອງ ອາເມຣິກາ ນີ້ ມີຂອບເຂດການນຳໃຊ້ຢ່າງກວ້າງຂວາງ, ສາມາດຕອບສະໜອງທຸກຄວາມຕ້ອງການ ທັງໂດຍພື້ນຖານ ແລະ ການຖ່າຍທີ່ມີຄວາມຊັບຊ້ອນ, ຊ່ວຍໃຫ້ທ່ານໝໍສາມາດເຫັນໄດ້ຢ່າງຈະແຈ້ງບັນດາພາກສ່ວນຕ່າງໆ ເຊັ່ນ: ກະດູກ, ເສັ້ນເລືອດ, ພາກສ່ວນອ່ອນຂອງຮ່າງກາຍ... ຜ່ານລະບົບດັ່ງກ່າວ, ສາມາດຄົ້ນພົບບັນດາພະຍາດມະເຮັງ, ການຖືກກະທົບ, ການຕິດເຊື້ອ ຂອງອະໄວຍະວະທີ່ກວດກາ.


ດ້ວຍໂຄງສ້າງທີ່ທັນສະໄໝ, ເຄື່ອງ CT Scanner ສາມາດຖ່າຍໄດ້ເປັນຮູບພາບທີ່ຈະແຈ້ງ ແລະ ດ້ວຍຊັ້ນທີ່ບາງ, ສາມາດບັນລຸເຖິງ 0,6ມມ, ຊ່ວຍໃນການຄົ້ນຫາຈຸດບາດເຈັບທີ່ນ້ອຍເປັນຫົວໜ່ວຍ ມິນລີແມັດ ໃນຮ່າງກາຍ, ຊ່ວຍໃຫ້ການບົ່ງມະຕິພະຍາດຖືກຕ້ອງ, ມີປະສິດທິພາບ, ບໍ່ຫຼົງຂ້າມແມ່ນແຕ່ຈຸດບາດເຈັບທີ່ນ້ອຍທີ່ສຸດ.
ດ້ວຍຄວາມໄວໃນການສະແກນສູງ, ສະແກນດ້ວຍຊັ້ນທີ່ບາງ ຊ່ວຍໃຫ້ປະຫຍັດເວລາໄດ້ດີ, ຄົນເຈັບບໍ່ຈຳເປັນຕ້ອງກັ້ນຫາຍໃຈດົນ ຫຼື ກັ້ນຫຼາຍເທື່ອ ໃນເວລາຍຖ່າຍ. ໃນການຖ່າຍກະດູກກະໂຫຼກຫົວຄັ້ງ 1 ໃຊ້ເວລາພຽງປະມານ 8 ວິນາທີ, ຖ່າຍສ່ວນເອິກປະມານ 12 ວິນາທີ, ຖ່າຍແຕ່ຄໍຈົນຮອດໂຄງກະດູກສຸດປະມານ 18 ວິນາທີ, ສະແກນຫົວໃຈ ແລະ ເສັ້ນເລືອດຫຼໍ່ລ້ຽງຫົວໃຈ ໃຊ້ເວລາພຽງແຕ່ຈັງຫວະເຕັ້ນດຽວຂອງຫົວໃຈເທົ່ານັ້ນ.

 


ດ້ວຍນະວັດຕະກຳແຖວໜ້າຂອງເຄື່ອງ ອາເມຣິກາ, ຊ່ວຍຫຼຸດການສາຍລັງສີ X ໃສ່ຄົນເຈັບໄດ້ເຖິງ 50% ທຽບກັບເຄື່ອງຊະນິດອື່ນ, ຫຼຸດຜົນປັດໄຈສົ່ງຜົນສະທ້ອນເຖິງສຸຂະພາບ, ສ້າງຄວາມອຸ່ນອຽນໃຈໃນການບົ່ງມະຕິພະຍາດດ້່ວຍວິທີຖ່າຍສັດສ່ວນ.
ເຄື່ອງ CT Scanner ທີ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ ຫາກໍ່ໄດ້ຮັບການຕິດຕັ້ງ ມັນຍັງມີຜົນປະໂຫຍດຫຼາຍ ຕໍ່ການກວດຫາພະຍາດຂັ້ນເລີ່ມຕົ້ນ ເຊັ່ນ: ບັນດາພະຍາດກ່ຽວກັບຫຼອດເລືອດລ້່ຽງຫົວໃຈ, ການຂາດເລືອດຂອງສະໝອງ, ບົ່ງມະຕິຂັ້ນຕົ້ນຂອງພະຍາດປະດົງຄໍ່ (ເກົ້າ Gout); ບົ່ງມະຕິຄຸນລັກສະນະຂອງໜີ້ວທໍ່ສົ່ງຍ່ຽວ (ລະດັບຄວາມແຂງ, ສ່ວນປະກອບທາງເຄມີຂອງໜີ້ວ...)


ຂໍເຊີນບັນດາທ່ານມາທີ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ, ທ່ານຈະໄດ້ຮັບການຮັບໃຊ້ທາງການແພດທີ່ທັນສະໄໝ ດ້ວຍມາດຕະຖານລະດັບສາກົນ.
ຂໍຂອບໃຈບັນດາທ່ານທີ່ເຊື່ອໝັ້ນໃນການບໍລິການດ້ານການແພດຂອງໂຮງໝໍພວກເຮົາ!

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...