ວິທີປ້ອງກັນ ແລະ ປີ່ນປົວພະຍາດໄຂ້ຫວັດໃຫຍ່

ວິທີປ້ອງກັນ ແລະ ປີ່ນປົວພະຍາດໄຂ້ຫວັດໃຫຍ່

ໄຂ້ຫວັດໃຫຍ່ແມ່ນພະຍາດຕິດເຊື້ອທາງລະບົບຫາຍໃຈກະທັນຫັນສະນິດໜື່ງທີ່ເກີດມາຈາກໄວລັດ. ພະຍາດສະນິດນີ້ສາມາດເກີດຂື້ນຕະຫຼອດປີ, ແຕ່ປົກກະຕິແລ້ວມັກຈະພົບຫຼາຍໃນຊ່ວງລະຫ່ວາງທ້າຍລະດູໜາວແລະຕົ້ນລະດູແລ້ງ. ພິເສດ, ພະຍາດຈະປ່ຽນເປັນນ້ຳເມືອກໄດ້ງ່າຍ ແລະ ຖ້າຫາກບໍ່ໄດ້ຮັບການປີ່ນປົວຖືກວິທີກໍ່ອາດຈະພາໃຫ້ເກີດມີຫຼາຍອາການຂ້າງຄຽງ."

**ຕາມການປະເມີນຂອງອົງການອານາໄມໂລກ(WHO), ໃນທຸກໆປີມີປະຊາກອນປະມານ 500 ລ້ານ - 1,5 ຕື້ຄົນທີ່ຕິດເຊື້ອພະຍາດໄຂ້ຫວັດໃຫຍ່, ໃນນັ້ນມີຈຳນວນ 3-5 ລ້ານຄົນແມ່ນມີອາການຮ້າຍແຮງ ແລະ ປະມານ 250,000 – 500,000 ຄົນເສຍຊີວິດໃນທົ່ວໂລກ. ເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາ, ຜູ້ທີ່ມີໂລກຊ້ຳເຮື້ອແມ່ນກຸ່ມເປົ້າໝາຍຫຼັກທີ່ສະແດງອາການອອກງ່າຍເມື່ອມີອາການຕິດເຊື້ອໄຂ້ຫວັດໃຫຍ່.
** ສາຍເຫດທີ່ກໍ່ໃຫ້ເກີດພະຍາດໄຂ້ຫວັດໃຫຍ່
ໄວລັດໄຂ້ຫວັດໃຫຍ່ກໍ່ໃຫ້ເກີດພະຍາດໄຂ້ຫວັດໃຫຍ່. ໄວລັດໄຂ້ຫວັດໃຫຍ່ມີຢູ່ 3 ປະເພດເຊັ່ນ ເອ, ບີ ແລະ ຊີ, ໃນນັ້ນໄວລັດເອແມ່ນອັນຕະລາຍທີ່ສຸດທີ່ມີສາຍພັນກໍ່ໃຫ້ເກີດພະຍາດເຊັ່ນ A/H5N1, A/H3N2, A/H1N1, A/H7N9/,…ໄວລັດຫວັດເບແມ່ນຈະບໍ່ຮຸນແຮງເທົ່າໄວລັດເອ, ອາການພະຍາດບໍ່ຮ້າຍແຮງ. ໄຂ້ຫວັດເຊແມ່ນຄ້າຍຄືກັບໄຂ້ໜາວທົ່ວໄປ.
ພະຍາດໄຂ້ໃຫຍ່ມັກຈະແບ່ງອອກເປັນ: ໄຂ້ຫວັດໃຫຍ່ຕາມລະດູການທີ່ເກີດຈາກໄວລັດໄຂ້ຫວັດ A/H3N2, A/H1N1, ໄຂ້ຫວັດເບ ແລະ ໄຂ້ຫວັດເຊ; ໄຂ້ຫວັດຈາກສັດປີກເນື່ອງສາຍພັນໄຂ້ຫວັດເອຈາກສັດປີກເຊັ່ນ ເຊື້ອໄຂ້ຫວັດເກີດຈາກ A/H5N1, A/H7N9.
** ພະຍາດໄຂ້ຫວັດໃຫຍ່ຕິດຕໍ່ໄດ້ແນວໃດ?
ກ່ຽວກັບພະຍາດໄຂ້ຫວັດປະຈຳລະດູ, ໄວລັດໄຂ້ຫວັດຕິດຕໍ່ຈາກຄົນສູ່ຄົນຜ່ານທາງລະບົບຫາຍໃຈ, ລະອອງນ້ຳລາຍຫຼືນ້ຳມູກໃນເວລາສົນທະນາ, ໄອ, ຈາມ... ຫຼືຕິດຕໍ່ຈາກຈາກສຳຜັດກັບວັດຖຸບາງຢ່າງທີ່ມີເຊື້ອໄວລັດ, ຜ່ານຝາຖືແລ້ວນຳມາຖູໜ້າ, ດັງ, ປາກ.
ສຍາຍພັນຕ່າງໆທີ່ເກີດຈາກສັດປີກໄດ້ແກ່ A/H5N1, A/H7N9 ຈາກສັດປີກຫຼືນົກທີ່ໄດ້ນຳເອົາເຊື້ອໄວລັດມາສູ່ຄົນໂດຍຜ່ານການສຳພັດ, ດູແລ, ຂ້າສັດ, ເຄື່ອນໄຫວ ຫຼື ການທຳລາຍ, ກີນອາຫານກ່ຽວກັບສັດປີກທີ່ມີເຊື້ອໄວລັດ, ອາຫານບໍ່ສຸກເຊັ່ນ ເລືອດແປງ, ຫຼື ອາຫານດິບໃນເຂດທີ່ມີການແຜລະບາດຂອງໄຂ້ຫວັດໃນສັດປີກ.
** ອາການສະແດງອອກຂອງພະຍາດໄຂ້ຫວັດໃຫຍ່
ຫຼັງຈາກທີ່ຕິດເຊື້ອໄວລັດໄຂ້ຫັວດໃຫຍ່ແຕ່ 2-4ມື້(ໄລຍະເລີ່ມຕົ້ນ), ຄົນເຈັບຈະເລີ່ມມີອາການ: ໄຂ້ສູງກະທັນຫັນ 39-40 ອົງສາເຊ, ໜາວສັ່ນ, ມືນຫົວ, ອິດເມື່ອຍ, ປວດເມື່ອຍຕົນໂຕ. ບາງທີອາດມີອາການອັກເສບລະບົບຫາຍໃຈເຊັ່ນ: ຕັນດັງ, ຈາມ, ເຈັບຮ້ອນຄໍ, ໄອແຫ້ງ, ຕາແດງ, ນ້ຳຕາໄຫຼ, ຢ້ານແສງ. ຄົນເຈັບບາງຄົນອາດຈະມີການອັກເສບຫຼອດລົມ, ສຽງໄອທຸ້ມ, ຄົນເຈັບມີອາການເມື່ອຍຫຼາຍ, ກີນບໍ່ໄດ້ນອນບໍ່ຫຼັບ.
ອານການໄຂ້ສູງຕິດຕໍ່ກັນ 3-4 ມື້, ຫຼັງຈາກນັ້ນແມ່ນອາການໄຂ້ຈະຫຼຸດລົງແຕ່ຍັງມີອາການອິດເມື່ອຍຫຼືອາດຈະແກ່ຍາວເປັນອາທິດຫຼັງຈາກນັ້ນສ່ວນຫຼາຍແມ່ນຈະດີຂື້ນ. ແຕ່ວ່າສຳລັບຜູ້ທີ່ມີພະຍາດຊ້ຳເຮື້ອຫຼືເດັກນ້ອຍ ແລະ ຜູ້ສູງອາຍຸອາຈະຕິດເຊື້ອແບັກທີເລຍທີ່ພາໃຫ້ຄໍອັກເສບ, ອັກເສບຕຸມນ້ຳເຫຼືອງຢູ່ຄໍ, ອັກເສບໂຜ້ງດັງ, ອັກເສບຫູ, ອັກເສບຫຼອດລົມປອດ...
ມີຄົນເຈັບຈຳນວນໜ້ອຍທີ່ອາດຕິດເຊື້ອໄຂ້ຫວັດໃຫຍ່ຮ້າຍແຮງ(ປົກກະຕິແລ້ວຈະໄດ້ຮັບໄວລັດຈາກສັດປີກ). ອາການພະຍາດນີ້ມີຄວາມອັນຕະລາຍ ແລະ ສະແດງອາການຢ່າງໄວວາ. ຫຼັງຈາກທີ່ມີອາການໄຂ້ສູງ, ຄົນເຈັບຈະຮູ້ສືກຢູ່ຍາກ, ພ່ຳເພີ້, ອາດຈະມີອາການຊັກ, ຜີວຊິດເຫຼືອງ, ຫາຍໃຈຍາກ, ຊິບພະຈອນເຕັ້ນໄວ, ຄວາມດັນເລືອດຕົກ. ຖ້າບໍ່ໄດ້ຮັບການປີ່ນປົວທີ່ເໝາະສົມ, ຄົນເຈັບອາດຈະເສຍຊີວິດຫຼັງຈາກ 1-3 ວັນ.
** ວິທີປ້ອງກັນພະຍາດໄຂ້ຫວັດໃຫຍ່
ເພື່ອປ້ອງກັນໄຂ້ຫວັດໃຫຍ່ໃຫ້ກັບໂຕເອງ, ຄອບຄົວ ແລະ ຊຸມຊົນພວກເຮົາຕ້ອງໄດ້ປ້ອງຕິບັດຕາມວິທີປ້ອງກັນແລະສະກັດພະຍາດດັ່ງຕໍ່ໄປນີ້:
- ວິທີຕ້ານແລະປ້ອງກັນພະຍາດ: ຮັກສາອະນາໄມໂຕເອງ, ທີ່ຢູ່ອາໄສ; ລ້າງມືດ້ວຍສະບູແລະນ້ຳສະອາດເລື້ອຍໆ; ໃຊ້ຜ້າປິດປາກເວລາໄອຫຼືຈາມ; ຮັກສາໄລຍະຫ່າງ(ຫຼາຍກ່ວາ 1 ແມັດ) ແລະ ຫຼີກລ້ຽງການສຳຜັດກັບຜູ້ທີ່ຕິດເຊື້ອທາງລະບົບຫາຍໃຈກະທັນຫັນ; ໃຊ້ຜ້າປິດປາກເມື່ອຕ້ອງໄປສະຖານທີ່ມີຄົນຫຼາຍສ່ຽງຕໍ່ການຕິດເຊື້ອໄຂ້ຫວັດໃຫຍ່ເຊັ່ນ: ໂຮງໝໍ, ຄີ້ວລົດ, ຮ້ານຄ້າ, ...; ອອກກຳລັງກາຍ, ກີນອາຫານທີ່ເປັນປະໂຫຍກ, ຜັກສີຂຽວ ແລະ ນ້ຳໝາກໄມ້ທີ່ຊ່ວຍເພີ່ມກຳລັງພູມຕ້ານທານໃຫ້ກັບຮ່າງກາຍ, ບໍ່ກີນອາຫານຈາກສັດປີກທີ່ຍັງບໍ່ໄດ້ເຮັດສຸກ.
- ເປັນເຈົ້າການໃນການສັກວັກຊີນໄຂ້ຫວັດໃຫຍ່ໃນທຸກໆປີ. ວັກຊີນໄຂ້ຫວັດໃຫຍ່ແມ່ນໃຊ້ກັນຜູ້ໃຫຍ່ແລະເດັກນ້ອຍນັບຕັ້ງແຕ່ 6 ເດືອນຂື້ນເມືອ. ການສັກບໍ່ພຽງແຕ່ຊ່ວຍປ້ອງກັນເຊື້ອໄວລັດສາຍພັນໃໝ່ທີ່ກ່ຳລັງລະບາດ( ໃນນັ້ນມີເຊື້ອໄຂ້ຫວັດສາຍພັນ A/H1N1 ທີ່ພາໃຫ້ເກີດໂລກບະບາດ) ທັງຍັງຊ່ວຍຫຼຸດອາການຕິດເຊື້ອພະຍາດສາຍພັນເອອື່ນໆຍ້ອນການຕິດເຊື້ອໃນວັກຊີນ. ສ່ວນຜູ້ທີ່ເປັນແພ້ໄຂ່ໄກ່ຫຼືຊີ້ນໄກ່ແມ່ນບໍ່ຄວນສັກຢາວັກຊີນໄຂ້ຫວັດເພາະຍ້ອນວ່າອາການຂອງພູມແພ້.
- ເມື່ອມີອາການຂອງໄຂ້ຫວັດໃຫຍ່ເຊັ່ນ: ໄຂ້, ໄອ, ຕັນດັງ, ເຈັບຫົວ, ອິດເມື່ອຍ, ຄວນໄປກວດໃຫ້ທັນເວລາ, ໃສ່ຜ້າປິດປາກ, ເຮັດອານາໄມເວລາໄອ, ບ້ວນປາກ, ຄໍດ້ວຍນ້ຳເກືອ, ເມື່ອຮູ້ວ່າຕິດໄຂ້ຫວັດໃຫຍ່ຕ້ອງກັກຕົວເພື່ອຫຼີກລ້ຽງການແຜ່ເຊື້ອໃຫ້ກັບຄົນອື່ນ ແລະ ຊຸມຊົມ.
ແຫ່ງຂໍ້ມູນ: Benh vien dai hoc y ha noi

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...