ຮັກສາອາການຫືດກະທັນຫັນຂອງເດັກນ້ອຍ

ອາການຫືດກະທັນຫັນ, ແມ່ນສາເຫດສຳຄັນທີ່ພາໃຫ້ເດັກນ້ອຍຕ້ອງໄດ້ເຂົ້າໂຮງໝໍ. ເຮັດແນວໃດຈື່ງຈະຮູ້ໄດ້ວ່າອາການຫືດກະທັນຫັນກ່ຳງລັງຈະເກີດຂື້ນ? ຕ້ອງເຮັດແນວໃດເພື່ອປ້ອງກັນອາການຫືດບໍ່ໃຫ້ຮ້າຍແຮງ? ແລະໃນສະຖານະການສຸກເສີນ, ອັນໃດທີ່ມີຄວາມຈຳເປັນ?
- ສີ່ງທີ່ສະແດງໃຫ້ຮູ້ວ່າອາການຫືດກະທັນຫັນໃກ້ຈະເກີດຂື້ນ
ອາການຫືດກະທັນຫັນປົກກະຕິແລ້ວແມ່ນຍ້ອນການກະທົບ, ສຳພັດກັບສານທີ່ກໍ່ໃຫ້ເກີດພູມແພ້, ຍ້ອຍການຕິດເຊື້ອແບັກທີເລຍຫຼືການປ່ຽນແປງກະທັນຫັນຂອງສະພາບອາກາດ. ອາການທີສະແດງອອກໃນຂັ້ນເລີ່ມຕົ້ນປະກອບມີ: ຫາຍໃຈຍາກ, ໄອ, ຄັນຄໍ, ເຈັບທ້ອງ, ເຄື່ອນໄຫວໜ້ອຍ, ອິດເມື່ອຍ, ກີນໜ້ອຍ. ອາການທີ່ສຳຄັນທີ່ສຸດກະຄືການຫາຍໃຈຍາກເພີ່ມຂື້ນ ແລະ ຕອບສະໜອງຕໍ່ຢາຕ່ຳ. ພິເສດແມ່ນໃນກໍລະນີທີ່ໃຫ້ເດັກກີນຢາຂະຫຍາຍຫຼອດລົມແຕ່ອາການຂອງເດັກບໍ່ດີຂື້ນເລີຍ.

- ຕ້ອງໄດ້ເຮັດແນວໃດເມື່ອອາການຫືດນັບມື້ນັບໜັກຂື້ນ?
ໃຫ້ເດັກກີນຢາຂະຫຍາຍຫຼອດລົມຕາມການສັ່ງຂອງທ່ານໝໍ, ຢາທີ່ໄດ້ຮັບຜົນດີທີ່ສຸດໃນການຮັກສາອາການຫືດກະທັນຫັນແມ່ນຢາຮົມຂະຫຍາຍຫຼອດລົມ(ventolin, combivent). ຢາຈຳພວກນີ້ຄວນໄດ້ຮັບຄຳແນະນຳໃນການນຳໃຊ້, ແລະ ຖ້າສາມາດໃຊ້ຢາຮົມໄດ້, ສາມາດໃຊ້ໝູນວຽນໃນຮອບ 15 ນາທີ. ຖ້າວ່າອາການຂອງເດັກບໍ່ດີຂື້ນ, ແມ່ນຕ້ອງໄດ້ນຳເອົາເດັກໄປໂຮງໝໍໂດຍທັນທີ.
- ນອກຈາກນີ້, ແມ່ນຍັງສາມາດນຳໃຊ້ຢາສະນີດອື່ນເພີ່ມເຕີມ. ບາງເທື່ອ steroid ສະນິດດື່ມໄດ້ຮັບການນຳໃຊ້ໃນຊ່ວງໄລຍະເວລາສັ້ນເພື່ອປ້ອງກັນບໍ່ໃຫ້ອາການຫືດຮ້າຍແຮງຂື້ນໄປອີກ ແລະ ຄວນນຳໃຊ້ຕາມຄຳແນະນຳຈາກທ່ານໝໍ.
- ເດັກນ້ອຍຄວນດື່ມນ້ຳໃນປະລິມານທີ່ເໝາະສົມ, ຫາຍໃຈຊ້າກ່ວາປົກກະຕິ, ແລະ ພະຍາຍາມໃຫ້ພັກຜ່ອນ. ຖ້າຫາກວ່າມີການລະເຫີຍຢູ່ບໍລິເວນໃກ້ເດັກ, ຈົ່ງກຳຈັດສານເຫຼົ່ານັ້ນເຊັ່ນ( ຄວນຢາ, ນ້ຳຫອມ, ຢາຊິດ...).
- ຂັ້ນຕອນໃນການຮັກສາອາການຫືດກະທັນຫັນ
ຕ້ອງຮູ້ອາການສະແດງຂອງພະຍາດທີ່ໄດ້ກ່າວໃນເບື້ອງເທີງ ແລະ ປະລິມານການຫາຍໃຈຂອງເດັກ, ທ່ານສາມາດເລີ່ມຕົ້ນຮັກສາໃຫ້ໄວ.
- ນຳໃຊ້ຢາໃຫ້ຖືກຕາມປະລິມານທີ່ທ່ານໝໍໃຫ້: ຖ້າໃນປື້ມຕິດຕາມອາການຫືດແນະນຳເພີ່ມປະລິມານຢາ ຫຼື ສາມາດໃຊ້ຢາທີ່ສອງໃນຕອນກະທັນຫັນ, ຈົ່ງຮັກສາຕາມໃບບີນທີ່ໃຫ້. ຄວນຈືໃວ້ວ່າ: ຈົ່ງໄປກວດນຳທ່ານໝໍຖ້າຫາກວ່າລູກຂອງທ່ານຕ້ອງການເພີ່ມຢານອກຈາກຢາທີ່ໝໍສັ່ງ.
- ຫຼີກລ້ຽງອົງປະກອບທີ່ສົ່ງຜົນເສຍ: ຈົ່ງຫຼີກລ້ຽງປະກອບທີ່ສົ່ງຜົນເສຍໃຫ້ກັບລູກຂອງທ່ານເມື່ອທ່ານຮູ້ວ່າມັນແມ່ນອັນໃດ. ການປີ່ນປົວຈະບໍ່ໄດ້ຮັບຜົນດີເທົ່າທີ່ຄວນຖ້າຄົນເຈັບຢູ່ໃນສະພາບຂອງປະກອບທີ່ສົ່ງຜົນເສຍຕໍ່ກັບເດັກ. ໃຈເຢັນແລະໃຫ້ເດັກໄດ້ພັກຜ່ອນ. ຄົນໃນຄອບຄົວກໍ່ຕ້ອງໃຈເຢັນໆໆ.
- ພັກຜ່ອນ: ໃກ້ຊິດຕິດຕາມເດັກ, ເອົາໃຈໃສ່ເຖີງອາການຂອງເດັກວ່າເປັນແນວໃດ, ໄອ, ໄອຄັອກແຄັກ, ຫາຍໃຈຍາກ. ຈົ່ງວັດແທກປະລິມານການຫາຍໃຈໃນຮອບ 5-10 ນາທີຫຼັງຈາກທຸກຄັ້ງທີ່ໃຊ້ຢາເພື່ອຕິດຕາມກ໊າດຫາຍໃຈ.

*** ກວດກາສາເຫດທີ່ຕ້ອງພາເດັກໄປໂຮງໝໍສຸກເສີນເມື່ອມີອາການຫືດ:
- ອາການໄອ, ໄອຄັອກແຄັກ, ຫາຍໃຈຍາກອາດເປັນສາຍເຫດໃຫ້ອາການໜັກຂື້ນ, ຊ້ຳບໍ່ໜຳອາດເປັນການໃຊ້ຢາໃໝ່ໆ ແລະ ເວລາທີ່ຢາອອກລິດໄດ້ຜ່ານພົ້ນໄປ. ສ່ວນຫຼາຍແລ້ວຢາຂະຫຍາຍປອດສະນິດຊິດຈະໄດ້ຮັບຜົນໃນໄລຍະ 5-10 ນາທີຫຼັງຈາກທຸກຄັ້ງທີ່ໃຊ້ຢາ(ເບີ່ງການປ່ຽນແປງຂອງປະລິມານການຫາຍໃຈ).
- ປະລິມານຫາຍໃຈລົດລົງ, ຫຼືບໍ່ປ່ຽນແປງອາການຫຼັງຈາກໃຊ້ຢາຂະຫຍາຍຫຼອດລົມ, ຫຼືລົດລົງຕ່ຳກ່ວາ 50%. ຈົ່ງປືກສາທ່ານໝໍເມື່ອການຫາຍໃຈເປັນເຊັ່ນນີ້.
- ນັບມື້ນັບຫາຍໃຈຍາກ. ສາເຫດນີ້ປະກອບດ້ວຍ: ໜ້າເອີກແລະຄໍຫົດຫຼືຫຼວມເວລາຫາຍໃຈ; ຫົວເດັກຕ້ອງຢື່ນອອກໄປຂ້າງໜ້າເວລາຫາຍໃຈ; ເດັກພະຍາຍາມຫາຍໃຈ, ເດັກມີອາການເວົ້າຍາກຫຼືເຄື່ອນໄຫວຍາກ; ເດັກຢຸດຫຼີ້ນຫຼືຢຸດເຮັດວຽກທີ່ກ່ຳງລັງເຮັດແຕ່ບໍ່ສາມາດກັບຄືນໄປໄດ້; ປາກຫຼືເລັບມືຂອງເດັກເລີ່ມເປັນສີເທົາ - ຖ້າມີອາການແບບນີ້ເກີດຂື້ນ, ຕ້ອງພາລູກໄປໂຮງໝໍທັນທີ.
** ເອົາລູກໄປໂຮງໝໍເມື່ອຈຳເປັນ

ບາງເທື່ອອາການຂອງຄົນທີ່ເປັນຫຼອດລົມຕີບທີ່ບໍ່ສາມາດປີ່ນປົວຢູ່ເຮືອນໄດ້, ເດັກຕ້ອງໄດ້ໄປໂຮງໝໍກວດຫຼືອາດຈະໄປແບບສຸກເສີນ. ພໍ່ແມ່, ຜູ້ດູແລຕ້ອງເອົາໃຈໃສ່ເຖີງສາຍເຫດດັ່ງຕໍໄປນີ້:
- ຕ້ອງຮັກສາຂໍ້ມູນທີ່ສຳຄັນໃຫ້ຄວາມຮ່ວມມືໃນສະຖານະການສຸກເສີນ.
- ໂທຫາຄົນສະນິດ, ເພື່ອນຝູງ, ຄົນບ້ານໃກ້ເຮືອນຄຽງຊ່ວຍເຫຼືອເມື່ອຈຳເປັນ.
- ໂທຫາທ່ານໝໍ, ຫ້ອງກວດພະຍາດຫຼືໂຮງໝໍເພື່ອຂໍຄວາມຊ່ວຍເຫຼືອຖ້າຕ້ອງການ.
ຕ້ອງບອກທ່ານໝໍວ່າລູກຂອງທ່ານກຳລັງກີນຢາປະເພດໃດ ແລະ ເວລາທີ່ນຳໃຊ້ຢາໃກ້ທີ່ສຸດ

- ບໍ່ຄວນເຮັດສີ່ງຕໍ່ໄປນີ້:
- ບໍ່ໃຫ້ເດັກກີນນ້ຳຫຼາຍ, ໃຫ້ກີນໃນປະລິມານທີ່ເໝາສົມ
- ບໍ່ໃຫ້ເດັກສູດເອົາອາຍອຸ່ນຈາກກ໋ອກນ້ຳ.
- ບໍ່ຄວນຫາຍໃຈໃສ່ຖົງເຈ້ຍວົງຜ່ານດັງ.
- ບໍ່ຄວນໃຫ້ລູກໃຊ້ຢາດີຫວັດຕາມອຳເພີໃຈໂດຍບໍ່ໄດ້ຖາມທ່ານໝໍ.
ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...
ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ
Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả
Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...

