ຮຽນຮູ້ແລະຮັກສາອາການຫວັດແລະໄຂ້ຫວັດໃຫ່ຍ

ຮຽນຮູ້ແລະຮັກສາອາການຫວັດແລະໄຂ້ຫວັດໃຫ່ຍ

ໂລກຫວັດ, ອາການເລີ່ມຕົ້ນທີ່ມັກພົບເຫັນເປັນປະຈຳແມ່ນເຈັບຄໍ, ບາງຄັ້ງອາດຈະຫາຍດີພາຍໃນໄລຍະເວລາ 1-2 ມື້. ຫຼັງຈາກນັ້ນຈະເປັນອາການທີ່ເກີດກັບດັງເຊັ່ນ: ນ້ຳມູກໄຫຼ, ຕັນດັງ, ຄົນເຈັບຈະມີອາການໄອຫຼັງຈາກທີ່ເປັນຫວັດໄດ້ 4 ຫາ 5 ມື້. ສຳເລັບຜູ້ໃຫ່ຍແມ່ນຈະບໍ່ມີອາການໄຂ້ແຕ່ສຳລັບເດັກນ້ອຍແມ່ນຈະມີໄຂ້ເລັກໜ້ອຍ, ໃນຊ່ວງມື້ທຳອິດ, ທ່ານຈະເຫັນວ່າມີນ້ຳມູກໄຫຼອອກມາຫຼາຍ, ຫຼັງຈາກນັ້ນກໍ່ຈະຕັນດັງ. ນັ້ນແມ່ນອາການເບື້ອງຕົ້ນແລະສ່ວນນີ້ບໍ່ໄດ້ໝາຍຄວາມວ່າທ່ານໄດ້ຕິດເຊື້ອຍ້ອນເຊື້ອແບກຄີເຮຍ

ອາການໄຂ້ຈະແກ່ຍາວເປັນເວລາປະມານໜື່ງອາທິດ. ໃນ​ 3 ມື້ທຳອິດທ່ານອາດຈະກະຈາຍເຊື້ອໃຫ້ກັບຄົນອື່ນໄດ້ດັ່ງນັ້ນທ່ານຄວນຢູ່ເຮືອນແລະພັກຜ່ອນ. ຖ້າວ່າອາການຍັງບໍ່ດີຂື້ນໃນໄລຍະໜື່ງອາທິດ, ສາເຫດທີ່ພາໃຫ້ເກີດພະຍາດນັ້ນແມ່ນອາດຈະມາຈາກເຊື້ອແບັກຄີເຮຍ, ດັ່ງນັ້ນທ່ານຄວນທີ່ຈະໄປພົບແພດເພື່ອຂໍຄຳປືກສາແລະຕິດຕາມອາການ.

ໃນນັ້ນ, ອາການຂອງໄຂ້ຫວັດໃຫ່ຍຈະມີອາການຮ້າຍແຮງກ່ວາອາການໄຂ້ຫວັດທຳມະດາແລະຂະຫຍາຍໄວ. ອາການນີ້ປະກອບດ້ວຍ: ເຈັບຄໍ, ໄຂ້, ເຈັບຫົວ, ປວດເມື່ອຍ, ເມື່ອຍກ້າມເນື້ອ, ໄອ...ນອກຈາກນັ້ນ, ກໍລະນີເປັນໂລກຫວັດໃຫຍ່ກະຈາຍ H1N1 ຍັງເພີ່ມອາການປວດຮາກແລະຮາກ.

ສ່ວນຫຼາຍອາການຢູ່ຍາກນີ້ຈະຫຼົດ ລົງໃນໄລຍະເວລາ 2 – 5 ມື້, ແຕ່ວ່າບໍ່ແມ່ນວ່າກໍລະນີໃດກໍ່ຈະຫາຍໃນໄລຍະເວລາໜື່ງອາທິດ. ພາວະແຊກຊ້ອນທີ່ມັກພົບເຫັນຂອງພະຍາດແມ່ນອັກເສບປອດ, ພິເສດແມ່ນເດັກນ້ອຍ, ຜູ້ສູງອາຍຸຫຼືຄົນທີ່ເປັນພະຍາດປອດ, ຫົວໃຈ. ຖ້າທ່ານມີອາການຫາຍໃຈຍາກຫຼັງຈາກທີ່ດີຂື້ນໃນ 1 – 2 ວັນແມ່ນໃຫ້ໄປພົບແພດເພື່ອຂໍຄຳປືກສາແລະຕິດຕາມອາການ

ຄ້າຍກັບໄວຮັດຂອງໄຂ້ຫວັດ, ໄວຮັດຂອງໄຂ້ຫວັດໃຫ່ຍກໍ່ເຂົ້າສູ່ຮ່າງກາຍດ້ວຍເນື້ອເຍື່ອຢູ່ດັງ, ຕາແລະປາກ, ທຸກຄັ້ງທີ່ມີການສຳຜັດເຂດນີ້ກໍ່ເທົ່າກັບວ່າທ່ານກ່ຳລັງຂະຫຍາຍເຊື້ອໃຫ້ກັບຕົນເອງ. ດັ່ງນັ້ນສີ່ງທີ່ສຳຄັນແມ່ນທ່ານຕ້ອງລ້າງມືໃຫ້ສະອາດເພື່ອປ້ອງກັນພະຍາດໄຂ້ຫວັດແລະໄຂ້ຫວັດໃຫ່ຍ

 ເມື່ອໃດທີ່ທ່ານຄວນໄປພົບແພດ:

- ໄຂ້ຕໍ່ເນື່ອງ: ນີ້ອາດເປັນອາການຕິດເຊື້ອປະເພດອື່ນ.

- ເຈັບເວລາກືນນ້ຳລາຍ: ເຖີງວ່າອາການເຈັບຄໍເມື່ອເປັນຫວັດຫຼືໄຂ້ຫວັດໃຫ່ຍອາດຈະເຮັດໃຫ້ທ່ານຢູ່ຍາກເວລາກືນນ້ຳລາຍ, ແຕ່ວ່າເວລາທີ່ເຈົ້າມີອາການເຈັບຄໍໜັກຂື້ນນັ້ນສະແດງວ່າຄໍຂອງເຈົ້າອັກເສບ

 - ໄອຕໍ່ເນື່ອງ: ເມື່ອອາການໄອບໍ່ຫຼົດລົງໃນໄລະຍະ 2 ຫາ 3 ທິດແມ່ນທ່ານອາດຈະອັກເສບຫຼອດລົມ, ທ່ານຄວນທີ່ຈະໄປພົບແພດເພື່ອປີ່ນປົວ. ອັກເສບໂຜ້ງດັງກໍ່ສາມາດເຮັດໃຫ້ເຈົ້າໄອຕໍ່ເນື່ອງໃດ້.

- ເຈັບຫົວແລະຕັນດັງບໍ່ເຊົາ: ຖ້າທ່ານເຈັບປວດບໍລິເວນໃບໜ້າແລະຕາ, ນ້ຳມູນໄຫຼຕິດຕໍ່ກັນໜື່ງອາທິດແມ່ນເຈົ້າອາດຈະຕິດເຊື້ອອັກເສບໂຜ້ງດັງແລະທ່ານຕ້ອງໃດ້ຮັບການປີ່ນປົວ

ໃນບາງກໍລະນີທ່ານຄວນທີ່ຈະໄປໂຮງໝໍທັນທີ. ເມື່ອມີອາການດັ່ງຕໍ່ໄປນີ້: ເຈັບເອີກ, ເຈັບຫົວຮ້າຍແຮງ, ຫາຍໃຈຍາກ, ລາຍຕາ, ຮາກຕໍ່ເນື່ອງ, ບັນດາອາການທີ່ໄດ້ປີ່ນປົວຫຼັງຈາກນັ້ນກັບມາຮ້າຍແຮງກ່ວາເກົ່າ,ໄຂ້ແຖມອາການລາຍຕາ

ທີ່ມາ: http://www.triduchospital.com

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...