ການບ້ວນປາກດ້ວຍນ້ຳເກືອທຸກວັນຄວນຫຼືບໍ່ຄວນ?

ການບ້ວນປາກດ້ວຍນ້ຳເກືອທຸກວັນຄວນຫຼືບໍ່ຄວນ?

ເຈັບຄໍແລະບາດປາກແມ່ນອາການທົ່ວໄປທີ່ເກືອບວ່າທຸກຄົນເຄີຍເປັນ. ບ້ວນປາກດ້ວຍນ້ຳເກືອນອາດເປັນວິທີທີ່ປະຫຍັດທີ່ສຸດ, ປອດໄພ ແລະໄດ້ຜົນດີຊ່ວຍຫຼຸດອາການເຈັບ, ຫຼຸດຜ່ອນອາການຕ່າງໆ. ໃນເມື່ອຮ້ານຂາຍແລະຮ້າຍຊູບເປີມາເກັດຕ່າງພາກັນຂາຍນ້ຳຢາບ້ວນປາກ ຫຼື ຈຳພວກຜະລິດຕະພັນທີ່ໃກ້ຄຽງຖ້າທຽບໃສ່ວິທີນຳໃຊ້ທີ່ໃຫ້ນັ້ນແມ່ນຄວນນຳໃຊ້. ແຕ່ໃນຄວາມເປັນຈິງແລ້ວ, ຫຼາຍຄົນແມ່ນໄດ້ນຳໃຊ້ນ້ຳເກືອບ້ວນຄໍໃນເວລາເຈັບຄໍ ບາດໃນປາກ. ດັ່ງນັ້ນຜົນປະໂຫຍດຂອງນ້ຳເກືອແມ່ນຢູ່ໃສ?

ຈາກການຄົ້ົ້ນຄົ້ວຈຸດເລັກໆແຕ່ປີ 2010 ໃນກຸ່ມເດັກນ້ອຍ 45 ຄົນເພື່ອຕີລາຄາຂອງຜົນໄດ້ຮັບຂອງນ້ຳເກືອບ້ວນປາກ. ນັກຄົ້ນຄົ້ວໄດ້ໃຫ້ຮູ້ວ່າເດັກທີ່ໃຊ້ນ້ຳເກືອບ້ວນປາກ 2 ຄັ້ງຕໍ່ມື້ເປັນເວລາ 21 ວັນນັ້ນແບັກທີເລຍໃນປາກນັ້ນຫຼຸດລົງຢ່າງໜ້າຕົກໃຈ, ເມື່ອທຽບກັບເດັກທີ່ໃຊ້ຢາຫຼອດ.
** ຄຸນປະໂຫຍດຂອງການນຳໃຊ້ນ້ຳເກືອບ້ວນປາກ
1. ກ່ຽວກັບການເຈັບຄໍ:
ການບ້ວນປາກດ້ວຍນ້ຳເກືອສາມາດປີ່ນປົວອາການເຈັບຄໍເບົາໆໄດ້, ຫຼຸດອາການແຫ້ງ, ຊ່ວຍໃຫ້ອາຊິດໃນເຍື້ອເມືອກສະໝ່ຳສະເໝີ ແລະ ຊັ້ນເມືອກຂອງເຍື້ອເມືອກໃນລຳຄໍ, ພິເສດແມ່ນຜູ້ທີ່ຜ່ານການບຳບັດເຄມີ ຫຼື ບຳບັດແສງ.
2. ກຽ່ວກັບອາການບາດປາກ
ບ້ວນປາກດ້ວຍນ້ຳເກືອອາດຊ່ວຍໃຫ້ຫຼຸດຜ່ອນຄວາມເຈັບ ແລະ ຊ່ວຍໃຫ້ບາດແຜແຫ້ງ.
3. ພູມແພ້
ອາການແພ້ບາງຢ່າງ, ເຊັ່ນວ່າໄຂ້ຫຍ້າແຫ້ງ, ອາດເຮັດໃຫ້ເຍື້ອເມືອກຂອງດັງ ແລະ ຄໍໄຄ່, ເຮັດໃຫ້ຢູ່ຍາກ. ເຖີງວ່າການບ້ວນປາກດ້ວຍນ້ຳເກືອຈະບໍ່ປ້ອງກັນພູມແພ້, ແຕ່ສາມາດຊ່ວຍຫຼຸດຄວາມຢູ່ຍາກຂອງລຳຄໍ.
4. ການຕິດເຊື້ອທາງລະບົບຫາຍໃຈ
ການບ້ວນປາກດ້ວຍນ້ຳເກືອເປັນປະຈຳຈະຊ່ວຍໃຫ້ຫຼຸດຜ່ອນອາການໄຂ້ໜາວທົ່ວໄປ, ໄຂ້ຫວັດ ແລະ ອັກເສບໂຜ້ງດັງ.
ຕົວຢ່າງການຄົ້ນຄົ້ວໃນປີ 2013 ໂດຍມີຜູ້ເຂົ້າຮ່ວມ 339 ຄົນ ຜົນຄົ້ນຄົ້ວໃຫ້ເຫັນວ່າຜູ້ທີ່ບ້ວນປາກດ້ວຍນ້ຳເກືອໃນປະລິມານໜ້ອຍຈະສ່ຽງທີ່ຈະເປັນໂລກຕິດເຊື້ອທາງລະບົບຫາຍໃຈເບື້ອງເທີງ.
5. ຕໍ່ສຸຂະພາບຂອງຊ່ອງປາກແລະແຂ້ວ
ຖ້າບ້ວນປາກດ້ວຍນ້ຳເກືອເປັນປະຈຳຈະຊ່ວຍໃຫ້ຫຼຸດຜ່ອນການຕິດເຊື້ອຈາກເຫືອກ, ຊ່ວຍເຮັດຄວາມສະອາດແລະປ້ອງກັນການສະສົມຂອງຄາບຈຸລີນຊີ ແລະ ຫີນປູນ. ການສະສົມແບັກຄີເລຍອາດເຮັດໃຫ້ອັກເສບບໍລິເວນລຳຄໍ, ແຂ້ວແມງ.
ສະມາຄົມແຂ້ວຂອງອາເມລີກາ(ADA) ແນະນຳບ້ວນປາກດ້ວຍນ້ຳເກືອອຸ່ນຫຼັງຈາກທີ່ຜ່າຕັດແຂ້ວ, ອາດຈະຊ່ວຍໃຫ້ບາດແຜ່ຈາກການຜ່າຕັດສະອາດ ແລະ ປ້ອງກັນການຕິດເຊື້ອແບັດທີເລຍ.
** ນ້ຳເກືອສາມາດຂ້າແບັກຄີເລຍໄດ້ບໍ?
ນ້ຳເກືອສາມາດຂ້າເຊື້ອໄດ້ບາງສະນິດແຕ່ບໍ່ແມ່ນເຊື້ອແບັກຄີເລຍໃນປາກແລະຄໍທັງໝົດ. ແຕ່ວ່າ, ໃຊ້ນ້ຳເກືອສາມາດຊ່ວຍໃຫ້ເຊື້ອແບັກຄີເລຍອອກມາໜ້າເຫືອກ, ແຂ້ວ, ແລະ ຄໍ. ເມື່ອແບັກຄີເລຍອອກມາທາງໜ້າຂອງເຫືອກ, ຈະສາມາດລ້າງໃຫ້ສະອາດເມື່ອໃຫ້ນ້ຳເກືອລ້າງປາກ.
ADA ໄດ້ມີສູນດັ່ງຕໍ່ໄປນີ້: ໜື່ງບ່ວງກາເຟ(ບ່ວງກາເຟ) ໃສ່ເກືອ 30 ml ປະສົມກັບນ້ຳອຸ່ນ, ຫຼັງຈາກນັ້ນຂະເຍົ່າຈົນກ່ວາຈະລະລາຍໝົດ.
ອາດຈະເພີ່ມ baking soda ເຂົ້າຕື່ມເພື່ອເພີ່ມນ້ຳຢາໃນນ້ຳເຄັມ.
ຕົວຢ່າງ: ນ້ຳ 1 ລິດ + ເກືອ 1 ບ່ວງກາເຟ + 1 ບ່ວງກາເຟ baking soda.
(ຄຳແນະນຳ: ນ້ຳເກືອບ້ວນປາກທີ່ເຮັດເອງແມ່ນຄວນໃສ່ເກືອກັບໂຊດາ).
** ວິທີບ້ວນປາກທີ່ໄດ້ຮັບຜົນ
- ບ້ວນປາກຄືແນວໃດເພື່ອຮັບປະກັນວ່ານ້ຳບ້ວນປາກມີປະໂຫຍກ?
- + ເອົານ້ຳຢາເຂົ້າປາກຍີ່ງຫຼາຍຍີ່ງດີ.
- + ບ້ວນປາກດ້ວຍນ້ຳເກືອບໍລິເວນອ້ອມຄໍ.
- + ຄາຍນ້ຳອອກ
- ພະຍາຍາມບ້ວນປາກດ້ວຍຢານ້ຳເກືອຍີ່ງດົນຍີ່ງດີ. ເຖີງວ່ານ້ຳຢານ້ຳເກືອຈະປອດໄພຫາກກືນລົງໄປກໍ່ຕາມ, ແຕ່ວ່າດີທີ່ສຸດແມ່ນໃຫ້ຄາຍອອກ.
- ເພື່ອວ່າຈະເຮັດໃຫ້ໄດ້ຮັບຜົນສູງ, ຄວນບ້ວນປາກດ້ວຍນ້ຳເກືອໜື່ງຫຼືສອງຄັ້ງຕໍ່ວັນ.
- ຜູ້ທີ່ໄດ້ຮັບການຜ່າຕັດກ່ຽວກັບແຂ້ວກໍ່ສາມາດນຳໃຊ້ນ້ຳເກືອບ້ວນປາກ. ແຕ່ວ່າ, ໃນສອງສາມມື້ທຳອິດ, ຄວນບ້ວນປາກແບບເບົາໆເພື່ອປ້ອງກັນການຊຸກເອົາບ້ອງຮັດແຂ້ວອອກ ແລະ ເຮັດຕາມການແນະນຳຈາກຜູ້ຊ່ຽວຊານດ້ານແຂ້ວ.
** ຄວາມກັງວົນ ແລະ ຂໍ້ຄວນລະວັງ
ການບ້ວນປາກດ້ວຍນ້ຳເກືອນັ້ນຖືວ່າມີຄວາມປອດໄພສຳລັບຜູ້ໃຫຍ່ແລະເດັກນ້ອຍ. ແຕ່ວ່າມີບາງຄົນຕ້ອງໄດ້ມີຄວາມລະມັດລະວັງໃນການນຳໃຊ້:
- ຜູ້ທີ່ເປັນພະຍາດຄວາມດັນເລືອດ ຫຼືພະຍາດອື່ນ(ໄຂ່ຫຼັງ...) ຕ້ອງໄດ້ມີການຈຳກັດປະລິມານຂອງທາດນາຕີຄວນປືກສາທ່ານໝໍ ຫຼື ທັນຕະແພດກ່ອນທີ່ຈະບ້ວນປາກດ້ວຍນ້ຳເກືອ.
- ສ່ວນຜູ້ທີ່ບໍ່ມັກລົດຊາດເຄັມຂອງນ້ຳເກືອສາມາດປະສົມກັບນ້ຳເຜີ້ງຫຼືຫົວຜັກທຽມເພື່ອຊ່ວຍແກ້ລົດຊາດ.
ຄືແນວນັ້ນ, ການບ້ວນປາກດ້ວຍນ້ຳເກືອສາມາດຊ່ວຍຮັກສາເຮັດໃຫ້ຄໍສະອາດ, ຊ່ວຍຫຼຸດຜ່ອນຄວາມເຈັບແລະການຢູ່ຍາກຍ້ອນຄໍອັກເສບ, ບາດປາກ ແລະຫຼັງຈາກການຜ່າຕັດແຂ້ວ.
ສາມາດບ້ວນປາກດ້ວຍນ້ຳເກືອຫຼາຍເທື່ອຕໍ່ວັນ, ແຕ່ວ່າສຳລັບຜູ້ທີ່ເປັນພະຍາດຄວາມດັນ ຫຼື ຜູ້ທີ່ຕ້ອງໄດ້ຈຳກັບປະລິມານຂອງທາດນາຕີ ຄວນປືກສາແພດກ່ອນທີ່ຈະບ້ວນປາກດ້ວຍນ້ຳເກືອ.
ແຫຼ່ງຂໍ້ມູກ: ໂຮງໝໍແພດສາດຮ່າໂນ້ຍ

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...