ກົດໄຫຼຢ້ອນໃນກະເພາະອາຫານ - ສີ່ງທີ່ຄວນຮູ້ ແລະ ປັບຕົວເພື່ອຄວບຄຸມພະຍາດ

ມີຫຼາຍງານຄົ້ນຄົ້ວ ແລະ ຫຼັ້ກຖານສະແດງໃຫ້ເຫັນວ່າພະຍາດກົດໄຫຼຢ້ອນໃນກະເພາະອາຫານສາມາດຮັກສາໃຫ້ດີຂື້ນໂດຍການປັບປ່ຽນການຮັບປະທານອາຫານ ແລະ ການດຳລົງຊີວິດປະຈຳວັນ.
ກົດໄຫຼຢ້ອນໃນກະເພາະອາຫານ (GERD) ແມ່ນພະຍາດທີ່ມັກພົບເຫັນໄດ້ທົ່ວໄປໃນນັ້ນອາການສະແດງອອກຂອງພະຍາດໃນຄົນເຈັບແມ່ນມີຫຼາກຫຼາຍແຕ່ວ່າອາການທີ່ພົບໄດ້ຫຼາຍທີ່ສຸດແມ່ນອາການຮ້ອນຢູ່ຫຼັງກະດູກໜ້າເອີກ ແລະ ຮູ້ສືກເໝືອນມີນ້ຳເມືອກ ຫຼື ອາຫານບຸ້ນຂື້ນເທີງ. ການປັບປ່ຽນລະດັບການຮັບປະທານອາຫານ ແລະ ການດຳລົງຊີວິດສຳລັບຄົນເຈັບພະຍາດຕົວນີ້ແມ່ນມີຄວາມສຳຄັນຫຼາຍ ແລະ ແມ່ນບາດກ້າວທຳອິດທີ່ນອນໃນການບໍລິຫານຈັດການທັງໝົດເພື່ອແນ່ໃສ່ປ່ຽນແປງຄຸນນະພາບໃນການດຳລົງຊີວິດໃຫ້ກັບຄົນເຈັບ. ໃນການກວດຕົວຈີງ, ມີຫຼາຍກໍລະນີຫຸ້ຍງຍາກໃນການຢັບຢັ້ງອາການ, ຕ້ອງໄດ້ໃຊ້ຢາຮັກສາເປັນເວລານານ, ຫຼາຍສະນິດຫຼືຫຼາຍວິທີ.
ນັບມື້ຍີ່ງມີຫຼາຍຫຼັກຖານສະແດງໃຫ້ເຫັນໃນການຮັບປະທານອາຫານ, ອາຫານບາງປະເພດສາມາດກະຕຸ້ນເຮັດໃຫ້ອາການໜັກຂື້ນ, ແຕ່ກົງກັນຂ້າມການປັບປ່ຽນບາງຢ່າງອາດຊ່ວຍໃຫ້ອາການດີຂື້ນ. ໂລກອ້ວຍກໍ່ໄດ້ຮັບການຢືນຢັນວ່າສາມາດເຮັດໃຫ້ອາການຂອງໂລກກົດໄຫຼຢ້ອນໃນກະເພາະອາຫານໜັກຂື້ນ. ການປັບປ່ຽນວິທີການດຳລົງຊີວິດເຊັ່ນການນອນຜ້າໜູນສູງນັ້ນມີຫຼັກຖານຢັ້ງຢືນວ່າມີຜົນດີຕໍ່ໂລກກົດໄຫຼຢ້ອນໃນກະເພາະອາຫານ. ໃນຂອບເຂດຂອງບົດຄວາມນີ້, ພວກເຮົາຈະສະເໜີສີ່ງທີ່ສຳຄັນທີ່ສຸດ.
ຢູ່ໃນປະເທດເອີລົບ, ສະຖິຕິການຕິດເຊື້ອໂລກກົດໄຫຼຢ້ອນໃນກະເພາະອາຫານນັບມື້ນັບສູງຂື້ນໂດຍສາມາດເວົ້າໄດ້ວ່າສ່ວນໜື່ງເປັນຍ້ອນການປ່ຽນແປງວີຖີການດຳລົງຊີວິດ ແລະ ການກີນດື່ມທີ່ໄປກະຕຸ້ນເຮັດໃຫ້ອາການໜັກຂື້ນກ່ວາເກົ່າ. ເຖີງວ່າພຽງແຕ່ກ້າວແລກກໍ່ມີຫຼັກຖານໃຫ້ເຫັນວ່າມີການພົວພັນລະຫວ່າງອາຫານບາງປະເພດເຊັ່ນອາຫານທີ່ມີທາດຕຸ້ຍ, ປະເພດມັນ, ເຄື່ອງດື່ມບາງປະເພດ, ໃນການຄົ້ນຄົ້ວແບບທາງອ້ອມກັບປະລິມານຈຳນວນຫຼາຍໃນຕົວຈີງແມ່ນຍັງບໍ່ທັນໄດ້ປະຕິບັດ. ຫຼັກຖານໃນປັດຈຸບັນແມ່ນມີທ່ານອ່ຽງໃຫ້ຄວາມສຳຄັນໄປທາງການປ່ຽນແປງນິໃສໃນການດຳລົງຊີວິດຫຼາຍກ່ວາ.
ໝາກໄມ້ບາງສະນິດເຊັ່ນໝາກກ້ຽງ, ໝາກເລັ່ນ ສາມາດເຮັດໃຫ້ຄົນເຈັບບາງຄົນມີອາການໜັກຂື້ນ. ມີການຄົ້ນຄົ້ວທີ່ສະແດງໃຫ້ເຫັນເຖີງການຫົດຕົວເປັນຄື່ນຂອງຄົນເຈັບທີ່ກີນອາຫານໝາກໄມ້ສະນິດນີ້ໃຫ້ເຫັນວ່າມີກົດອາຊິດທີ່ເຮັດໃຫ້ຄົນເຈັບໃຫ້ເວລາຫຼາຍໃນການກືນອາຫານລົງ, ຕ້ອງກືນຫຼາຍເທື່ອ ແລະ ເວລາຍ່ອຍສະຫຼາຍດົນຂື້ນເມື່ອທຽບກັບການກືນທຳມະດາທົ່ວໄປ. ເລື່ອງນີ້ແມ່ນປະກອບສ່ວນໃນການອະທິບາຍອາການກົດໄຫຼຢ້ອນໃນກະເພາະອາຫານຢູ່ໃນຄົນເຈັບບາງຄົນອາດຈະໜັກຂື້ນເມື່ອກີນໝາກໄມ້, ດື່ມນ້ຳໝາກໄມ້ທີ່ມີທາດອາຊິດ, ດື່ມກາເຟຫຼືນ້ຳອັດລົມ. ແຕ່ວ່າໃນຄວາມເປັນຈິງ, ຄົນເຈັບແຕ່ລະຄົນຈະມີອາຫານບາງປະເພດທີ່ເຮົາຮູ້ສືກວ່າກີນ ຫຼື ດື່ມຢາກ, ດັ່ງນັ້ນຄວນຫຼີກລ້ຽງການກີນ, ດື່ມອາຫານຈຳພວນນີ້. ຈາກການຄົ້ນຄົ້ວຕີລາຄາສະແດງໃຫ້ເຮົາເຫັນວ່າຄົນເຈັບທີ່ເປັນກົດໄຫຼຢ້ອນໃນກະເພາະອາຫານໄດ້ມີຄວາມເອົາໃຈໃສ່ຫຼີກລ້ຽງການດື່ມນ້ຳໝາກໄມ້້ແຕ່ວ່າກໍ່ບໍ່ແມ່ນວ່າອາຫານຈຳພວກນີ້ຈະເຮັດໃຫ້ຄົນເຈັບທຸກຄົນມີອາການໝັກຂື້ນ.
ໃນຄວາມເປັນຈີງ, ຄົນເຈັບທີ່ເປັນໂລກ ກົດໄຫຼຢ້ອນໃນກະເພາະອາຫານອາດຈະມີຫຼາຍອາການຍ່ອຍສະຫຼາຍອື່ນອີກເຊັ່ນການຍ່ອຍຍາກ. ອາຫານສຳເລັດຮູບແລະເຫຼົ້າມີຫຼາຍການວິໄຈໃຫ້ຮູ້ວ່າສາມາດເພີ່ມລະດັບ ແລະ ຄວາມຖີ່ໃນການຍ່ອຍ. ອາດເປັນຍ້ອນອາຫານສຳເລັດຮູບທີ່ມີສ່ວນປະກອບທີ່ເພີ່ມເຂົ້າໃນການຮັກສາຫຼືຮັກສາກີ່ນ, ຍ້ອນສ່ວນປະກອບຂອງອາຫານ ແລະ ຍ້ອນວັດຖຸທີ່ໃຊ້ໃນການຜະລິດຖົງບັນຈຸ. ອາຫານທີ່ມີທາດຕຸ້ຍຫຼາຍເຮັດໃຫ້ແຮງກົດດັນຂອງເນື້ອຮູດຫຼອດອາຫານເບື້ອງລຸ່ມ, ແມ່ນການປ້ອງກັນທາງສີລິລະວິທະຍາປະກົດການຂອງກົດໄຫຼຢ້ອນ, ລົດລົງໄປ. ໃນເມື່ອຄົນເຈັບກີນອາຫານທີ່ມີທາດຕຸ້ຍຫຼາຍ, ເວລາທີ່ຫຼອດອາຫານໄດ້ສຳຜັດກັບອາຊິດຈະຫຼາຍຂື້ນເມື່ອທຽບກັບກີນອາຫານປົກກະຕິ.
ຢູ່ໃນໂລກ, ແພດປີ່ນ ແລະ ນັກໂພສະນາການໄດ້ພະຍາຍາມຊອກຫາເມນູທີ່ສາມາດບັນເທົາອາການຂອງກົດໄຫຼຢ້ອນໃນກະເພາະອາຫານ, ພິເສດແມ່ນໃນຄົນເຈັບທີ່ມີພະຍາດຫຼາຍຢ່າງປະກອບເຂົ້າກັນ. ຕົວຢ່າງເຊັ່ນຄົນເຈັບທີ່ເປັນພະຍາດລຳໄສ້ອັກເສບຊ້ຳເຮື້ອ(IBD - inflammatory bowel disease), ການກີນອາຫານທີ່ບໍ່ມີ gluten ໄດ້ຢັ້ງຢືນມາມີຄຸນປະໂຫຍດຊ່ວຍບັນເທົາອາການຂອງ IBD ແລະ ກົດໄຫຼຢ້ອນໃນກະເພາະອາຫານ. ຄວນຮັບປະທານອາຫານແບຊາວອາລັບທີ່ມີສ່ວນປະສົມຂອງຜັກ, ເມັດພຶດ, ໝາກໄມ້, ປາ, ນ້ຳມັນພືດ, ເຫຼົ້າເລັກໜ້ອຍ, ຜະລິດຕະພັນນົມທີ່ພໍເໜາະພໍດີ, ຊີ້ນສົດ ໄດ້ຮັບການຢັ້ງຢືນວ່າມີຄຸນປະໂຫຍດກັບພະຍາດໂລກຫຼອດເລືອດຫົວໃຈ, ມະເຮັງ, ເບົາຫວານ. ກົງກັນຂ້າມການວິໄຈຈາກຄົນເຈັບ 817 ຄົນຂອງທ່ານ Mone ແລະ ພັນທະມິດສາມາດຢັ້ງຢືນໄດ້ວ່າຜົນການກີນອາຫານແບບອາລັບແມ່ນໄດ້ຮັບຜົນປະໂຫຍດໃນການລົດອາການຂອງພະະຍາດກົດໄຫຼຢ້ອນ. ໃນປະເທດຍີ່ປຸ່ນນັກຄົ້ນຄົ້ົ້ວໄດ້ໃຫ້ຮູ້ວ່າອາຫານທີ່ມີສ່ວນປະກອບດ້ວຍເສັ້ນໄຍອາຫານຈຳນວນຫຼາຍບໍ່ສາມາດຊ່ວຍລົດກົດໄຫຼຢ້ອນໄດ້ແຕ່ວ່າຊ່ວຍບັນເທົາອາການຂ້າງຄຽງຂອງຄົນເຈັບທີ່ເປັນໂລກກົດໄຫຼຢ້ອນເຊັ່ນ ສະເອີ, ແໜ້ນທ້ອງຫຼັງຈາກຮັບປະທານອາຫານ, ໝັກທ້ອງ.
ການເລືອກເຄື່ອງດື່ມທີ່ເໝາະສົມມີຜົນກະທົບຕໍ່ອາການຂອງກົດໄຫຼຢ້ອນ. ເຄື່ອງດື່ມທີ່ມີເຫຼົ້າອາດເຮັດໃຫ້ອາການໜັກຂື້ນຍ້ອນວ່າມັນເຮັດໃຫ້ແຮງກົດດັນຂອງເນື້ອໃນປາກຮູດເບື້ອງລຸ່ມລົດລົງ, ເພີ່ມການລັ່ງນ້ຳຍ່ອຍອັນເນື່ອງມາຈາກການກະທົບການຂັບຖ່າຍ gastrin, ລົດການເຄື່ອນໄຫວຂອງຫຼອດອາຫານ ແລະ ເຮັດໃຫ້ກະເພາະວ່າງຊ້າ. ຈາກການວິໄຈໃຫ້ຮູ້ວ່າເຫຼົ້າແມ່ນເຮັດໃຫ້ອາການຂອງກົດໄຫຼຢ້ອນໜັກຂື້ນ. ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ແຕ່ວ່ານ້ຳອັດລົມກໍ່ສາມາດລົດແຮງດັນຂອງເນື້ອໃນປາກຮູດເບື້ອງລຸ່ມ, ເພີ່ມນ້ຳຍ່ອຍອາຊິດ ແລະ ສາມາດເຮັດໃຫ້ອາການແໜ້ນທ້ອງ ແລະ ກົດໄຫຼຢ້ອນເພີ່ທຂື້ນ. ເມື່ອປຽບທຽບນ້ຳອັດລົມ, ໂຄຄາໂຄລ່າທຳມະດາ, ໂຄຄາໂຄລ່າກັບນ້ຳທຳມະດາ, ເຄື່ອງດື່ມທັງໝົດນີ້ລ້ວນແຕ່ລົດແຮງກົດດັນຂອງເນື້ອໃນປາກຮູດເບື້ອງລຸ່ມ. ມີການຄົ້ນຄົ້ວຕິດຕາມໃຫ້ເຫັນຢູ່ກຸ່ມຄົນເຈັບກົດໄຫຼຢ້ອນໃນກະເພາະອາຫານລະດັບທຳມະດາໄປຫາໜັກ, ທ່າອ່ຽງໃນການນຳໃຊ້ເຄື່ອງດື່ມສະນິດນີ້ມີອັດຕາເພີ່ມຂື້ນເມື່ອທຽບໃສ່ກຸ່ມຄົນທີ່ແຂງແຮງ. ມີການວິໄຈແບບລວມສູນໄດ້ບອກວ່າການດື່ມເຄື່ອງດື່ມອັດລົມເຮັດໃຫ້ອາການກົດໄຫຼຢ້ອນໃນກະເພາະອາຫານໜັກຂື້ນໃນຕອນຄ່ຳ. ດັ່ງນັ້ນຄົນເຈັບທີ່ມັກມີອາການກົດໄຫຼຢ້ອນໃນກະເພາະອາຫານໜັກໃນຕອນທ່ຽງ ຫຼື ຕອນນອນແມ່ນຄວນຫຼີກລ້ຽງການດື່ມນ້ຳອັດລົມ.
ກັບການກີນ, ວິຖີການດຳລົງຊີວິດມີຜົນກະທົບຫຼາຍຕໍ່ກັບອາການຂອງກົດໄຫຼຢ້ອນໃນກະເພາະອາຫານ. ການວິໄຈໄດ້ຢັ້ງຢືນວ່າວິຖີການດຳລົງຊີວິດເຊັ່ນວ່ານອນໜ້ອຍ, ກີນອາຫານແລງຊ້າ ແລະ ນອນໃນຮອບ 2 ຊົ່ວໂມງຫຼັງຈາກຮັບປະທານອາຫານ, ກີນອາຫານຮອບເດີກກ່ອນທີ່ຈະໄປນອນເຮັດໃຫ້ອາການກົດໄຫຼຢ້ອນໃນກະເພາະອາຫານໜັກຂື້ນ.
ທ່ານໝໍມັກຈະໃຫ້ຄຳແນະນຳຄົນເຈັບນອນຜ້າເສື່ອໜູນສູງເພື່ອເຮັດໃຫ້ລົດເວລາແລະນ້ຳຍ້ອຍກົດຢ້ອນຂອງຫຼອດອາຫານຕ່າວຄືນ. ເມື່ອປຽບທຽບກັບກຸ່ມຄົນທີ່ນອນໃນຜ້າເສື່ອລຽບ, ການວິໄຈຊີ້ໃຫ້ເຫັນວ່າໃນກຸ່ມທີ່ນອນຜ້າເສື່ອນູນສູງ, ເວລາໃນການເຮັດຄວາມສະອາດຂອງນ້ຳອາຊິດຢູ່ໃນຫຼອດອາຫານໄດ້ໄວກ່ວາ ແລະ ຄົນເຈັບຈະມີກົດຢູ່ຫຼອດອາຫານໜ້ອຍລົງກ່ວາ. ກົງກັນຂ້າມ, ຄົນເຈັບທີ່ນອນແຄງເບື້ອງຂວາສາມາດເຮັດໃຫ້ອາການກົດໄຫຼຢ້ອນໃນກະເພາະອາຫານໜັກຍ້ອນວ່ານອນໃນທ່ານີ້, ຈຸດຕັ້ງຂອງຖົງອາຊິດຈະຢູ່ໃກ້ກ່ວາບໍລິເວນກາງຂອງຫຼອດອາຫານ ແລະ ກະເພາະ. ຄົນເຈັບທີ່ມີອາການຢຸດຫາຍໃຈເມື່ອນອນໃນທ່າປົກກະຕິກໍ່ມີອາການກົດໄຫຼຢ້ອນໃນກະເພາະອາຫານໜັກຂື້ນ.
ສຳລັບຄົນເຈັບທີ່ມີຮູບຮ່າງອ້ວນທີ່ເປັນກົດໄຫຼຢ້ອນໃນກະເພາະອາຫານ, ການລົດນ້ຳໜັກແມ່ນຍຸດທະສາດສຳຄັນໃນການຕິດຕາມອາການກົດໄຫຼຢ້ອນໃນກະເພາະອາຫານ. ຄວາມດັນໃນທ້ອງຂອງຄົນເຈັບທີ່ມີຮູບຮ່າງອ້ວນຈະເພີ່ມຂື້ນຢູ່ບໍລິເວນຫຼອດອາຫານ ແລະ ກະເພາະຈະບໍ່ແໜ້ນຄືກັບປົກກະຕິ(ໄສ້ເລື່ອນກະບັງລົມ). ນອກຈາກນີ້, ຄົນອ້ວນຍັງກໍ່ໃຫ້ເກີດການປ່ຽນຜັນໃນຫຼອດອາຫານ ແລະ ການຄົ້ນຄົ້ວໄດ້ຢັ້ງຢືນວ່າການລົດນ້ຳໜັກຍັງຊ່ວຍໃຫ້ຫຼອດອາຫານຫຼຸດການສຳຜັດກັບອາຊິດ. ໃນເອກະສານທາງການແພດໄດ້ສະຫຼຸບເອົາໄວ້ວ່າຄົນເຈັບທີ່ມີຄ່າຮ່າງກາຍ (BMI) ຍີ່ງສູງ, ເມື່ອແທກຄ່າ pH ຫຼອດອາຫານຍັງສະແດງອອກເຖີງກົດໄຫຼຢ້ອນໃນກະເພາະອາຫານຂອງອາຊິດປະກົດຂື້ນໃນຫຼອດອາຫານ ແລະ ທີ່ກ່ຽວຂ້ອງກັບການກວດ, ຄົນເຈັບຈະມີອາການໜັກຂື້ນ. ຈາກການຄົນຄົ້ວຂອງ Bortoli ແລະ ພັນທະມິດໄດ້ຢັ້ງຢືນວ່າການລົດນ້ຳໜັກຈະຊ່ວຍຫຼຸດອາການຕ່າງໆເຊັ່ນຮ້ອນທ້ອງ, ກົດໄຫຼຢ້ອນ, ເຈັບໜ້າເອີກທີ່ບໍ່ກ່ຽວກັບຫົວໃຈແລະການສະເອີ. ຄົນເຈັບທີ່ລົດນ້ຳໜັກດ້ວຍການຮັບປະທານອາຫານ ແລະ ອອກກ່ຳລັງກາຍທີ່ຂື້ນກັບປະລິມານກົດໃນການນ້ຳໃຊ້.
ການວິໄຈຄັ້ງໃຫຍ່ໃນສາທາລະນະສາມາດຢັ້ງຢືນໄດ້ວ່າຢາສູບສາມາດເຮັດໃຫ້ອາການຂອງກົດໄຫຼຢ້ອນໃນກະເພາະອາຫານໜັກຂື້ນ ແລະ ການເລີກຢາສູບແມ່ນເຮັດໃຫ້ລົດອາການຂອງຄົນເຈັບທີ່ກ່ຳລັງປີ່ນປົວດ້ວຍຢາ. ເລື່ອງນີ້ແມ່ນຕົງກັບຫຼາຍເອກະສານທາງການແພດກ່ອນໜ້ານີ້ທີ່ໄດ້ພິສູນວ່າການສູບຢາແມ່ນພົວພັນເຖີງຄວາມຜິດປົກກະຕິຂອງຫຼອດອາຫານ.
ດັ່ງນັ້ນ, ໄປຄຽງຄູ່ກັບການຍອມຮັບໂລກກົດໄຫຼຢ້ອນໃນກະເພາະອາຫານຄືກັບພະຍາດທີ່ຕ້ອງປີ່ນປົວດ້ວຍຢາພຽງຢ່າງດຽວ, ການປະສານສົມທົບລະຫວ່າງທ່ານໝໍ ແລະ ຄົນເຈັບໃນການປັບປ່ຽນການກີນດື່ມ, ວິຖີການດຳລົງຊີວິດຊ່ວຍໃຫ້ປະສິພິພາບຂອງຢາກໍ່ຄືການຮັກສາເພື່ອໃຫ້ໄດ້ຮັບຄຸນນະພາບໃນການດຳລົງຊີວິດໃຫ້ກັບຄົນເຈັບ ແລະ ຄວບຄຸມອາການຂອງຄົນເຈ
ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...
ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ
Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả
Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...

