ໂລກມະ​ເຮັງ​ລະ​ບົບ​ອາ​ຫານ​ແມ່ນ​ສະ​ນີດ​ມະ​ເຮັງ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ

ໂລກມະ​ເຮັງ​ລະ​ບົບ​ອາ​ຫານ​ແມ່ນ​ສະ​ນີດ​ມະ​ເຮັງ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ

ໂລກມະ​ເຮັງ​ລະ​ບົບ​ອາ​ຫານ​ແມ່ນ​ສະ​ນີດ​ມະ​ເຮັງ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ,ຈັດ​ໃນ​ປະ​ເພດ​ທີ່ 3 ຂອງ​ພະ​ຍາດ​ມະ​ເຮັງ​ທີ່​ມີ​ຜູ້​ເສຍ​ຊີ​ວິດ​ໃນ​ທົ່ວ​ໂລກ.ປົກ​ກະ​​ຕິແລ້ວ​ອາ​ການ​ຂອງ​ໂລກ​ຈະ​ເກີດ​ຂື້ນ​ແບບບໍ່​ຄ່ອຍ​ຊັດ​ເຈນ​ປານ​ໃດ,ມີ​ການຫຼົງ​ກັບ​ອາ​ການ​ຂອງ​ພະ​ຍາດ​ທົ່ວ​ໆໄປທີ່ຫຼາຍ​ຄົນ​ເມີນ​ເສີຍ,ຈົນ​ຮອດ​ເວ​ລາ​ທີ່​ຮັບ​ຮູ້​ພະ​ຍາດ​ຕົວ​ຈີງກໍ່​ອາດ​ຈະ​​ສາຍ​ເກີນ​ໄປ​ແລ້ວ.ແຕ່​ວ່າ,ຍ້ອນ​ວິ​ທະ​ຍາ​ສາດ​ການ​ແພດ​ມີ​ການ​ພັດ​ທະ​ຍາ​ຢ່າງວ່ອງ​ໄວ​ບວກ​ກັບ​ວິ​ທີການ​ດູ​ແລ​ຮັກ​ສາ​ທີ່​ທັນ​ສະ​ໄໝ,ຜູ້​ທີ່​ຕິດ​ເຊື້ອ​ພະ​ຍາດ​ມະ​ເຮັງ​​ລະ​ບົບ​ອາ​ຫານ​,ຖ້າ​ໃດ້​ຮັບ​ການ​ບົ່ງ​ມະ​ຕິພະ​ຍາດ​ຕັ້ງ​ແຕ່​ໄລ​ຍະ​ເລີ່ມ​ຕົ້ນແລະ​ປີ່ນ​ປົວ​ທັນ​ເວ​ລາ​ໂອກາດ​ທີ່​ຈະ​ມີ​ຊີ​​ວິດ​ຢູ່​ໃດ້ຫຼາຍ​ກ່​ວາ 5 ປີ​ແມ່ນ​ມີ​ສູງ​ເຖີງ 90%.

ການ​ວິ​ເຄາະ CEA ແມ່ນ​ເພື່ອ​​ລະ​ບຸ​ບົ່ງ​ຊີ້​​​ເຊື້ອ​ມະ​ເຮັງ​ໃນ​ລະ​ບົບ​​ອາ​ຫານ
ເພື່ອ​ເປັ​ນ​ການ​ບົ່ງ​ມະ​ຕິ​ເຊື້ອ​ມະ​ເຮັງທາງ​ເດີນ​ອາ​ຫານ​ຕັ້ງ​ແຕ່​ໄລ​ຍະ​ເລີ່ມ​ຕົ້ນ,​ເພີ່ມ​ອັດ​ຕາ​ສ່ວນ,ເວ​ລາ​ໃນ​ການ​ດຳ​ລົງ​ຊີ​ວິດ​ແລະ​​ດັດ​ແປງ​ຄຸນ​ນະ​ພາບ​ຊີ​ວິດ​ໃຫ້​ແກ່​ຄົນ​ເຈັບ,ການ​ວິ​ເຄາະ CEA ແມ່ນ​ສີ່ງ​ທີ່​ຕ້ອງ​ໃດ້​ເຮັດ,ທັງ​ຍັງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ບົ່ງ​ມະ​ຕິ​ພະ​ຍາດ​ແລະ​ປີ່ນ​ປົວ.ຖ້າ​ຫາກວ່າ​ມີ​ການ​ພົບ​ກ້ອນ​ເບົ້າ​ຢູ່​ໃນ​​ລະ​ບົບ​ອາ​ຫານທີ່​ປະ​ກອບ​ດ້ວຍອ​າ​ການ​ຮ້າຍ​ແຮງ​ແລະ​ບໍ່​ຮ້າຍ​ແຮງ​ລ້ວນ​ແຕ່​ຊ່ວຍ​ເພີ່ມ​ປະ​ລິ​ມານຂອງ CEA. ​ທ່ານ​ໝໍ​​ຈະໃດ້​ສັ່ງ​ກວດ​ CEA ​ທຸກໆ​ຄັ້ງກ່ອນ​ເລີ່ມ​ຕົ້ນ​ປີ່ນ​ປົວ​ພະ​ຍາດ​ແລະຫຼັງ​ຈາກນັ້ນ​ກໍ່​ຈະ​ໃດ້​ວິ​ເຄາະ​ເປັນ​ໄລ​ຍະ​ເພື່ອ​ຕີ​ລາ​ຄາ​​ຜົນ​ການ​ປີ່ນ​ປົວ​ແລະ​​ກວ​ດ​ພົບ​ອາ​ການ​ຊ້ຳ​ເຮື້ອ.

🏥🎉🎊 ທີ່​ໂຣງ​ໝໍ​ຮ່າ​ໂນ້ຍ - ​ວຽງ​ຈັນ, ການ​ວິ​ເຄາະ CEA ແມ່ນ​ໃດ້​ຮັບ​ການ​ກວດ​ໃນ​ທຸກໆ​ມື້​​ດ້ວຍ​ລະ​ບົບເຄື່ອງ Cobas 8000 ແລະ ຕົວ​ແປ​ເຄື່ອງ Architect ຂອງ​ລະ​​ບົບ Abbott.​ເນື້ອ​ເຍື້ອ​ຂອງ​ພວກເຊ​ວລ່ຳ,ພ​ຮາ​ສະ​ມຮາ​ຈຳ​ພວກນີ້​ແມ່ນບໍ່​ມີ​ຄວາມ​ກ່ຽວ​ພັນ​ກັບ​ອານ​ຫານ,ຜົນ​ການ​ວິ​ເຄາະ​ແມ່ນ​ຈະ​ບອກ​ໃຫ້​ຮູ້​ພາຍ​ໃນ​ໄລ​ຍະ​ເວ​ລາ1.5 ຊົ່ວ​ໂມງ​ນັບ​ແຕ່​ຮັບ​ຕົວ​ຢ່າງ. 

    

ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍທຸລະກິດ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...

ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ

Đội phản ứng nhanh về đột quỵ

Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả

Cách phòng ngừa bệnh trĩ hiệu quả

Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...