ເລືອດໄຫຼໃນລະບົບລະລາຍສ່ວນເທີງ

ເລືອດອອກໃນກະເພາະລໍາໄສ້ແມ່ນ ໜຶ່ງໃນເຫດສຸກເສີນທາງການແພດທີ່ຮ້າຍແຮງເຊິ່ງຖ້າບໍ່ປິ່ນປົວໃຫ້ທັນເວລາອາດເປັນອັນຕະລາຍເຖິງຊີວິດໄດ້. ເລືອດໄຫຼໃນລະບົບລະລາຍ,ເຊິ່ງເອີ້ນກັນວ່າເລືອດອອກຕາມທໍ່ລະບົບລະລາຍ, ເກີດຂື້ນເມື່ອເລືອດອອກຈາກຫຼອດເລືອດ ແລະ ໄຫຼເຂົ້າສູ່ລະບົບລະລາຍ. ສະພາບການນີ້ສາມາດເກີດຂຶ້ນໄດ້ຢູ່ໃນທຸກພາກສ່ວນຂອງລະບົບທາງເດີນອາຫານເຊັ່ນ: ຫຼອດອາຫານ, ກະເພາະອາຫານ, ລໍາໄສ້ ຫຼື ຮູທະວານ.
ອາການເລືອດໄຫຼໃນລະບົບລະລາຍມັກເປັນຜົນມາຈາກພະຍາດທີ່ກ່ຽວຂ້ອງກັບລະບົບຍ່ອຍອາຫານທີ່ບໍ່ໄດ້ຄວບຄຸມ.ແມ່ນຂຶ້ນຢູ່ກັບຂອບເຂດຂອງຄວາມເສຍຫາຍຕັ້ງແຕ່ຂັ້ນບໍ່ຮ້າຍແຮງເຖິງຂັ້ນຮ້າຍແຮງ ຫຼື ມັນຍັງສາມາດເຮັດໃຫ້ຕົກໃຈ.ອີງຕາມຈຸດທີ່ມີເລືອດອອກຂອງລະບົບລະລາຍ, ອາການນີ້ແບ່ງອອກເປັນ 2 ປະເພດ:
ເລືອດໄຫຼໃນລະບົບລະລາຍສ່ວນເທີງ:
ເກີດຂຶ້ນຈາກຫຼອດອາຫານທີ່ຂະຫຍາຍໄປຫາບ່ອນ D4 ຂ້າງເທິງເສັ້ນເອັນ Triez. ນີ້ແມ່ນພາກສ່ວນທີ່ແຍກຂອງລຳໄສ້ອອ່ນສ່ວນເທີງ ກັບ ສ່ວນຫລຸ່ມ.
ອາກາເລືອດໄຫຼລະບົບລະລາຍສ່ວນລຸ່ມ:ອາການເລືອດໄຫຼນີ້ເກີດຂື້ນແຕ່ເສັ້ນເອັນTriez ຂະຫຍາຍອອກໄປຫາຮູທະວານ. ຄົນເຈັບມີອາການເລືອດໄຫຼໃນລະບົບລະລາຍຮຸນແຮງ.
ບົ່ງມາຕິອາການເລືອດໄຫລ່ໃນລະບົບລຳໄສ້ແມ່ນແນວໃດ?
ທ່ານໝໍຈະສົມທົບອາການຜ່ານການສອບຖາມ ແລະ ການກວດ:
ກໍລະນີສະແດງອາການ: ຄົນເຈັບມີອາການຮາກອອກເລືອດ, ຖ່າຍອາຈົມເປັນສີດໍາ, ມີອາການເສຍເລືອດກະທັນຫັນ.
ກໍລະນີບໍ່ສະແດງອາການ: ມີພຽງອາການຂອງການເສຍເລືອດໂດຍບໍ່ໄດ້ສະແດງອາການໃນເວລານີ້ມັນຈຳເປັນຕ້ອງໄດ້ແຍ່ທໍ່ກະເພາະເພື່ອກວດ, ຖ້າບໍ່ມີເລືອດຈະບໍ່ໄດ້ອອກການບົ່ງມະຕິ.ການກວດຮູທະວານເພື່ອຊອກຫາອາການຂອງອາຈົມເປັນສີດໍາ. ການກວດລະບົບທາງເດີນອາຫານ – ລຳໄສ້ສ່ວນເທີງ ຖ້າຫາກວ່າສົງໃສມີເລືອດອອກຢູ່ໃນລະບົບລະລາຍອາຫານສ່ວນເທີງ.
ປະເມີນຄວາມສ່ຽງຂອງການມີເລືອດອອກຊ້ຳຄືນ ແລະ ຄວາມຮຸນແຮງ:
ຄວາມຮຸນແຮງຂອງພະຍາດແມ່ນກ່ຽວຂ້ອງກັບການຈັດການ.ດັ່ງນັ້ນ, ຜ່ານການກວດ ແລະ ຊ່ອງຂອງທ່ານໝໍຈະກຳນົດລະດັບອາການຄວາມຮູນແຮງ ແລະ ມີຄວາມສ່ຽງຂອງການມີເລືອດອອກຄືນໄດ້ ໂດຍອີງຕາມອາການດັ່ງຕໍ່ໄປນີ້: ອາການຂອງການມີເລືອດອອກຢ່າງຕໍ່ເນື່ອງ ຫຼື ເກີດຂຶ້ນຊໍ້າຄືນ: ຄວາມດັນຂອງເລືອດມີການປ່ຽນແປງ, ຫຼຸດລົງ, ກໍາມະຈອນມີສັນຍານເພີ່ມຂຶ້ນ.
ການກວດຊ່ອງລະບົບລະລາຍ: ສາມາດປະເມີນໄດ້ໂດຍອີງຕາມການຈັດປະເພດ Forrest ຫຼື Rockall scale.
ເມື່ອກວດພົບອາການເລືອດໄຫຼ່ໃນລະບົບລະລາຍ, ຄົນເຈັບຄວນເອົາໃຈໃສ່ຫຍັງແດ່?
ເມື່ອພົບເຫັນອາການເລືອດໄຫຼໃນລະບົບລະລາຍເກີດຂື້ນຄົນເຈັບຄວນໄປກວດທັນທີເພື່ອໄດ້ຮັບການກວດຫາພະຍາດ ແລະ ປິ່ນປົວໂດຍຜູ້ຊ່ຽວຊານໃຫ້ຖືກຕ້ອງ.
ນອກຈາກນັ້ນ,ການຢຸດຢາຫຼວງບາງຊະນິດທີ່ສາມາດເຮັດໃຫ້ເລືອດອອກຮ້າຍແຮງກວ່າເກົ່າ. ສີ່ງທີ່ພົບຫຼາຍທີ່ສຸດມີດັ່ງຕໍ່ໄປນີ້:
ບັນດາຢາເຮັດໃຫ້ພາວະເລືອດຈາງ: ສະແດງອາການແມ່ນ Warfarin ຢານີ້ສາມາດຂັດຂວາງຂະບວນການລືອດກ້າມທຳມະຊາດ.ດ້ວຍເຫດນີ້ເພີ່ມຄວາມສ່ຽງຂອງການມີເລືອດອອກ ຫຼື ເຮັດໃຫ້ເລືອດໄຫຼອອກຈາກລະບົບລະລາຍກາຍເປັນຮ້າຍແຮງ.
Ibuprofen ແລະ NSAIDs ອື່ນ: ຢາຊະນິດນີ້ສາມາດເຮັດໃຫ້ເກີດອາການເລືອດໄຫຼໃນລະບົບລະລາຍຂອງຄົນເຈັບ. ເພາະສະນັ້ນ,ຖ້າກິນຢາເຫຼົ່ານີ້ເປັນປະຈໍາ, ເຈົ້າຄວນພິດຈະລະນາຢຸດຢາ ຫຼື ປຶກສາ ທ່ານ ໝໍ ເພືີ່ອປ່ຽນຢາຊະນິດອື່ນ.
Aspirin: ອາດຈະເຮັດໃຫ້ເກີດການຂັດຂວາງການໄຫຼວຽນຂອງເມັດເລືອດນ້ອຍ. ຍັງສາມາດເຮັດໃຫ້ອາການເລືອດໄຫຼຢ່າງຮ້າຍແຮງຕື່ມ. ເພາະສະນັ້ນ. ຄວນຢຸດ ແລະ ໃຊ້ຢາປີ່ນປົວໃຫ້ອາການຫາຍດີເປັນປົກກະຕິ.
ວິທີການປິ່ນປົວ
ແມ່ນຂຶ້ນກັບສາເຫດຂອງອາການມີເລືອດໄຫລໃນລຳໄສ້, ຄົນເຈັບໄດ້ຮັບການປິ່ນປົວ:
ສະໜອງເກືອແຮ່, ການສົ່ງເລືອດ ແລະ ຢາ ເຊັ່ນ: ການເຄືອບເຍື່ອເມືອກໃນກະເພາະອາຫານ, ຢາເພື່ອສະກັດກັ້ນການລະລາຍຂອງກະເພາະອາຫານ. ຫຼື ຊ່ອງໂດຍການສັກຢາເພື່ອຢຸດເລືອດອອກຢູ່ບາດແຜ, ປິດhemostasis, ຈູດເພື່ອຢຸດເລືອດ ຫຼື ອາດມີການຜ່າຕັດເພືີອປິ່ນປົວ.
ການດູແລຄົນເຈັບທີ່ມີເລືອດອອກໃນລະບົບລະລາຍ,ຄວນເອົາໃຈໃສ່ອັນໃດແນ່?
- ໃຊ້ເວລາພັກຜ່ອນຢູ່ໃນບ່ອນທີ່ງຽບສະຫງົບ. ຕ້ອງນອນຢູ່ໃນທ່າຫງາຍ ແລະ ໃຫ້ຫຼັງຕົງກັບຕຽງ. ບໍ່ໃຫ້ໃສ່ໝອນ, ໝອນຫົວ. ສາມາດໃຊ້ຜ້າຈຸບນ້ຳອຸ່ນໃສ່ບໍລິເວນທ້ອງເພື່ອບັນເທົາອາການເຈັບທີ່ເກີດຈາກອາການຂອງພະຍາດ ຫຼື ການຜ່າຕັດ.
- ເມື່ອບາດແຜເລີ່ມມີການຄົງຕົວແລ້ວ, ຍ່າງຄ່ອຍໆເພື່ອໃຫ້ຮ່າງກາຍສະບາຍ ແລະ ຜ່ອນຄາຍ. ຫ້າມບໍ່ຄວນອອກກຳລັງກາຍໜັກ ຫຼື ເຄື່ອນໄຫວຫຼາຍ.
- ເຮັດໃຫ້ຈິດໃຈຜ່ອນຄາຍ, ຫ່າງຈາກຄວາມກົດດັນ, ຄວາມຄຽດ ຫຼື ຄວາມຄິດໃນແງ່ລົບ. ເຈົ້າສາມາດຊອກຫາວິທີແກ້ໄຂເຊັ່ນ: ຟັງເພງ, ອ່ານປຶ້ມ ຫຼື ລົມກັບຄົນທີ່ເຈົ້າຮັກ.
-ກິນອາຫານທີ່ຍ່ອຍງ່າຍເຊັ່ນ: ເຂົ້າປ່ຽກເຂົ້າອອນ່ໆ, ແກງເປື່ອຍ ແລະ ສາມາດດື່ມນົມໄດ້. ພຽງແຕ່ກິນອາຫານທີ່ມີປະລິມານໜ້ອຍ, ຫຼີກລ່ຽງການຫິວ ຫຼືອີ່ມເກີນໄປ.
ມີວິທີປ້ອງກັນຄວາມສ່ຽງຂອງການມີເລືອດອອກໃນລະບົບລະລາຍຄືແນວໃດ?
ອາການເລືອດໄຫຼໃນລະບົບລະລາຍອາດຈະຖືກແກ້ໄຂຢ່າງສົມບູນ, ແຕ່ວ່າຍັງມີຄວາມສ່ຽງສູງຫຼາຍທີ່ຈເກີດຂຶ້ນຄືນໃດ້.ໂດຍສະເພາະໃນກໍລະນີທີ່ຄວາມເສຍຫາຍຕໍ່ເຍື່ອຂອງອະໄວຍະວະຍ່ອຍອາຫານຍັງບໍ່ທັນຫາຍດີ.
ເອົາໃຈໃສ່ກັບມາດຕະການ ການປ້ອງກັນພະຍາດຕໍ່ໄປນີ້:
ຫຼີກລ່ຽງຫ່າງຈາກເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງກະຕຸ້ນເຊັ່ນ: ເຫຼົ້າ, ຊາ, ກາເຟ.ຈຳກັດການບໍລິໂພກອາຫານສຳເລັດຮູບ,ອາຫານທີ່ມີໄຂມັນ ຫຼື ເຜັດ, ອາຫານປຸງແຕ່ງ, ອາຫານທີ່ເຢັນ ຫຼື ຮ້ອນເກີນໄປ.
ເພີ່ມການບຳລູງອາຫານທີ່ອຸດົມດ້ວຍເສັ້ນໄຍ, ຜັກສົດ ແລະ ໝາກໄມ້ເພີ່ມໃນອາຫານປະຈຳວັນ.
ເຕີມນໍ້າໃນປະລິມານທີ່ຮ່າງກາຍຕ້ອງການ, ຈາກ 2 - 2,5 ລິດເພື່ອຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ.
ຄວນກິນໃຫ້ທັນເວລາ, ກິນອາຫານໃຫ້ຄົບຖ້ວນ, ແທນທີ່ຈະກິນອາຫານຫຼັກ 3 ຄາບສາມາດແບ່ງອອກເປັນ 5-6 ຄາບເພື່ອຫຼຸດຄວາມດັນຕໍ່ອະໄວຍະວະຍ່ອຍອາຫານ.
ອາຫານຄວນໄດ້ຮັບການປຸງແຕ່ງສຸກສະອາດ. ເມື່ອເຍື່ອກະເພາະຍ່ອຍອາຫານໄດ້ຮັບຄວາມເສຍຫາຍ, ຄວນໃຫ້ຄວາມສໍາຄັນກັບອາຫານປະເພດເຂົ້າປຽກ ແລະ ໂຈກ.
ສ້າງ ແລະ ຮັກສາວິຖີຊີວິດທີ່ມີສຸຂະພາບດີ. ຫຼີກລ່ຽງການນອນເດິກຫຼັງຈາກ 23 ໂມງ, ນອນໃຫ້ຖືກເວລາ, ນອນໃຫ້ພຽງພໍ. ດຸ່ນດ່ຽງການເຮັດວຽກ ແລະ ເວລາພັກຜ່ອນ,ຄວບຄຸມຄວາມຕື່ງຄຽດໃຫ້ໄດ້ດີ. ຄວນອອກກຳລັງກາຍທຸກມື້ເພື່ອປັບປຸງພູມຕ້ານທານຂອງຮ່າງກາຍ.
ຂ່າວອື່ນໆ

ແນະນຳກ່ຽວກັບການບໍລິການກວດສຸຂະພາບປະຈຳປີໃຫ້ກັບບຸກຄົນ,ອົງການ,ຫົວໜ່ວຍ...
ການກວດສຸຂະພາບປະຈຳປີນັ້ນແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດຕໍ່ກັບການດູແລຮັກສາ,ຍົກສູງຄຸນນະພາບການດຳລົງຊີວີດແລະສຸຂະພາບໃຫ້ກັບປະຊາຊົນ.ຜ່ານມານັ້ນ,ສາມາດຊ່ວຍໃຫ້ທຸກຄ...

Đội phản ứng nhanh về đột quỵ
Đó là đội phản ứng nhanh về đột quỵ được Bệnh viện Đà Nẵng thành lập 3 năm nay. Khoảng 7g20 một buổi sáng cuối tháng 7, khoa cấp cứu Bệnh viện Đà Nẵng...

Cách phòng ngừa bệnh trĩ hiệu quả
Có rất nhiều người mắc bệnh trĩ và phần lớn đều coi nhẹ bệnh này cho đến khi bệnh phát triển đến giai đoạn muộn khi trĩ phình to, thòi ra ngoài hậu...

