ຊ່ອງ-ເອໂກ້:ແມ່ນການກວດທີ່ທັນສະໄໝທີ່ສຸດເພື່ອກວດພົບກ້ອນເນື້ອຫຼືກ້ອນເບົ້າຢູ່ ໃນລະບົບລະລາຍ

ຊ່ອງ-ເອໂກ້ : ໄດ້ຖືກຕີລາຄາວ່າແມ່ນໜື່ງໃນເຄື່ອງສ່ອງທີ່ດີທີ່ສຸດໃນບັນດາເຄື່ອງກວດລະບົບລະລາຍ, ເຊີ່ງຈຳເປັນຕ້ອງໃຊ້ຄວາມຮູ້ຄວາມສາມາດ ແລະ ປະສົບການສູງຂອງທ່ານໝໍທີ່ຈະນໍາໃຊ້ເຄື່ອງດັ່ງກ່າວ
- ໂຮງໝໍຮ່າໂນ້ຍ - ວຽງຈັນແມ່ນໜື່ງໃນບັນດາໂຮງໝໍທີ່ທ່ານໝໍມີປະສົບການສູງ, ມີຄວາມຊ່ຽວຊານທາງດ້ານພະແນກສ່ອງລະບົບລະລາຍ ແລະ ເຊີ່ງແມ່ນໂຮງໝໍແຫ່ງທໍາອີດໃນປະເທດລາວທີ່ນໍາເຂົ້າເຄື່ອງສ່ອງເອໂກ້ລະບົບລະລາຍ. EUS ຂອງປະເທດຍີ່ປຸ່ນ. ເຊີ່ງເປັນເຄື່ອງທັນສະໄໝທີ່ສຸດໃນປະເທດລາວໃນປະຈຸບັນນີ້, ການນໍາໃຊ້ເຄື່ອງນີ້ຈະຊ່ວຍໃຫ້ພວກເຮົາບົ່ງມະຕິພະຍາດໄດ້ຊັດເຈນທີ່ສຸດກ່ຽວກັບບັນດາກ້ອນເບົ້າຢູ່ໃນກະເພາະອາຫານ ແລະ ລໍາໄສ້ ຫຼືວ່າ ລະບົບລະລາຍອາຫານຂອງພວກເຮົາ.

- ສ່ອງ-ເອໂກ້ ແມ່ນການປະສົມປະສານກັນລະຫວ່າງເຄື່ອງສ່ອງ ແລະ ເຄື່ອງເອໂກ້, ເຊີ່ງໃນນັ້ນຫົວຂອງເຄື່ອງເອໂກ້ຈະຖືກຕິດເຂົ້າກັບຫົວຂອງເຄື່ອງສ່ອງ. ເຊີ່ງນີ້ແມ່ນເຄື່ອງມືທີ່ທັນສະໄໝທີ່ສຸດຈະຊ່ວຍໄດ້ດີທີ່ສຸດໃນການບົ່ງມະຕິພະຍາດທີ່ຊັດເຈນໃນລະບົບລາຍອາຫານ, ຖົງນໍ້າບີ, ມ້າມ, ບັນດາກ້ອນເບົ້າຕ່າງໆຕາມກະເພາະລໍາໄສ້ຂອງພວກເຮົາ.ພິເສດແມ່ນເພື່ອກວດພົບມະເຮັງຂັ້ນເລີ່ມຕົ້ນໃນຂະນະທີ່ກ້ອນມະເຮັງນັ້ນຫາກໍ່ເກີດຂື້ນ ແລະ ຍັງນອນຢູ່ໃນຊັ້ນເຍື່ອຂອງລໍາໄສ້. ເຊີ່ງການກວດຈະຊ່ວຍໃຫ້ໄດ້ຮັບຜົນດີທີ່ສຸດໃນການປີ່ນປົວໃຫ້ຫາຍຂາດເຊີ່ງສູງເຖີງ 98% - 100% ຫຼືວ່າ ກ້ອນເບົ້ານັ້ນນ້ອຍໆແຕ່ນອນຢູ່ໃນຜົ້ງທ້ອງຫາກໍ່ລາມພຽງເລັກນ້ອຍເຮົາກໍ່ສາມາດກວດພົບໄດ້.

ຊ່ອງ - ເອໂກ້ ກະເພາະອາຫານແມ່ນຫຍັງ?
- ສ່ອງກະເພາະແມ່ນການນໍາໃຊ້ທໍ່ອ່ອນໆສີດກ້ອງໃສ່ຫົວຂອງທໍ່ນັ້ນເຂົ້າໄປໃນທໍ່ກະເພາະອາຫານຊ່ວຍໃຫ້ທ່ານໝໍສັງເກດເຫັນບາດແຜໃນກະເພາະອາຫານເພື່ອຕີລາຄາຄວາມໜັກຂອງບາດແຜນັ້ນ. ສະນັ້ນຄໍາຖາມທີ່ວ່າທ່ານໝໍຈະຮູ້ໄດ້ຈັ່ງໃດວ່າທາງໃນຂອງບາດແຜນັ້ນຈະຕ້ອງຮູ້ໄດ້ຈັ່ງໃດວ່າມັນມີທາງໃນຂອງບາດແຜນັ້ນມີບັນຫາຫຍັງບໍ? ຈາກຄໍາຖາມນັ້ນເພີ່ນຈຶ່ງຄິດຄົ້ນເພື່ອຫາວິທີການກວດດ້ວຍເຄື່ອງເອໂກ້ເຂົ້າໃນຫົວຂອງເຄື່ອງສ່ອງທີ່ເຮົາເອີ້ນວ່າເຄື່ອງສ່ອງ-ເອໂກ້ນັ້ນເອງ.
- ສະນັ້ນເຊິ່ງເປັນການຕີລາຄາຂອງບັນຫາທ່ານໝໍທີ່ຊ່ຽວຊານຕ່າງໆວ່າເຄື່ອງເອໂກ້ແມ່ນເຄື່ອງທີ່ມີຄວາມໝາຍຢ່າງສູງສໍາລັບພະແນກລະບົບລະລາຍໂດຍສະເພາະເຊິ່ງຊ່ວຍເຂົ້າໃນການບົ່ງມະຕິພະຍາດທີ່ຈະກວດພົບມະເຮັງຂັ້ນເລີ່ມຕົ້ນຂອງລະບົບລະລາຍອາຫານໄດ້ດີທີ່ສຸດ.

ເມື່ອໃດຈຳເປັນຕອ້ງໃຊ້ເຄື່ອງຊອ່ງເອໂກ
ກ່ອນອື່ນໝົດແມ່ນຈະເລີ່ມຕົ້ນກວດດ້ວຍເຄື່ອງເອໂກ້ທຳມະດາ,ສ່ອງເອໂກ້ຈະໄດ້ສັ່ງກວດໃນເມື່ອເວລາຈຳເປັນຕ້ອງຕີລາຄາຄວາມຜິດປົກກະຕິຂອງຊັ້ນເຍື່ອຫຸ້ມຂອງກະເພາະ-ລຳໄສ້,ໃນບັນດາກໍລະນີທີ່ຈຳເປັນຕ້ອງໃຊ້ເຄື່ອງສ່ອງ-ເອໂກ້ມີດັ່ງນີ້
-ເພື່ອກວດພົບມະເຮັງຂັ້ນເລີ່ມຕົ້ນຂອງກະເພາະລຳໄສ້,ກວດລະອຽດກ້ອນເບົ້າ,ວັດແທກຂະໜາດຂອງກ້ອນເບົ້າໃນລະບົບລະລາຍ
-ຕີລາຄາຂັ້ນຂອງການລາມແລະຂອບເຂດຂອງມະເຮັງ
-ກວດພົບຄວາມຜິດປົກກະຕິຂອງຖົງນຳ້ບີ,ບັນດາພະຍາດກ່ຽວກັບຖົງນຳ້ບີ,ປ້າງ,ມ້າມ,ໜີ້ວຖົງບີ,ອັກເສບມ້າມ...
-ກວດພົບແລະຕີລາຄາລະດັບບາດແຜຂອງກະເພາະອາຫານ
-ກວດລະບົບລະລາຍແລະຂອບເຂດອ້ອມຂ້າງ,ທໍ່ນຳ້ບີລວມ

ສ່ອງ-ເອໂກ້ ແມ່ນການກວດທີ່ທັນສະໄໝແລະບັນດາທ່ານໝໍທີ່ນຳໃຊ້ຈຳເປັນຕ້ອງມີປະສົບການແລະຊ່ຽວຊານຫຼາຍເພື່ອບົ່ງມະຕິໄດ້ຊັດເຈນກ່ຽວກັບບັນດາພະຍາດຕ່າງໆຂອງກະເພາະລຳໄສ້ແລະຂອບເຂດໃກ້ຄຽງ,ຄຽງຄູ່ກັນນັ້ນກໍຈຳເປັນຢ່າງຍິ່ງທີ່ຈະມີເຄື່ອງມືທີ່ທັນສະໄໝນີ້ເພື່ອຊ່ວຍເຂົ້າໃນການກວດແລະບົ່ງມະຕິພະຍາດ
ສະນັ້ນ,ບໍ່ແມ່ນວ່າໂຮງໝໍໃດກໍ່ມີເຄື່ອງມືທີ່ທັນສະໄໝແລະທ່ານໝໍທີ່ມີຄວາມຮູ້ຄວາມສາມາດແລະຊ່ຽວຊານໃນການນຳໃຊເຄື່ອງມືສ່ອງ-ເອໂກ້ທີ່ທັນສະໄໝນີ້
ໃນປະຈຸບັນນີ້ໃນປະເທດລາວເຮົາເຊິ່ງແມ່ນໂຮງໝໍຮ່າໂນ້ຍ-ວຽງຈັນຂອງພວກເຮົາເປັນແຫ່ງທຳອິດທີ່ນຳເຂົ້າແລະນຳໃຊ້ເຄື່ອງມືທີ່ທັນສະໄໝນີ້ຄຽງຄູ່ກັນນັ້ນບັນດາທ່ານໝໍຂອງພວກເຮົາກໍ່ໄດ້ຮັບການຝຶກອົບຮົມຢ່າງລະອຽດກ່ຽວກັບການນຳໃຊ້ເຄື່ອງດັ່ງກ່າວນີ້
ການເປີດການນຳໃຊ້ເຄື່ອງສ່ອງ-ເອໂກ້ແມ່ນບາດກ້າວອັນຫຍິ່ງໃຫຍ່ຂອງໂຮງໝໍຮ່າໂນ້ຍ-ວຽງຈັນທີ່ນຳເຂົ້ານຳໃຊ້ໃນໂຮງໝໍຮ່າໂນ້ຍ-ວຽງຈັນເຊິ່ງກໍຄືເຄື່ອງທຳອິດຂອງປະເທດລາວຂອງພວກເຮົາ,ເຊິ່ງຈະຊ່ວຍເພິ່ມເຂົ້າໃນສ່ວນທີ່ຍັງຂາດແລະບ່ວຍໃຫ້ບັນດາຄົນໄຂ້ໄດ້ຮັບການກວດດ້ວຍເຄື່ອງມືທີ່ທັນສະໄໝ,ເຊິ່ງຈະຊ່ວຍໃຫ້ການປິ່ນປົວໄດ້ຮັບໝາກຜົນທີ່ດີ,ຊ່ວຍໃຫ້ຄົນໄຂ້ທີ່ມີປັນຫາກ່ຽວກັບກະເພາະ-ລຳໄສ້ສາມາດບົ່ງມະຕິໄດ້ຊັດເຈນແລະໄດ້ຮັບການປິ່ນປົວໄດ້ທັນເວລາ.
Các tin khác

Những dấu hiệu nhận biết khi cơ thể thiếu vitamin
Vitamin là những chất hữu cơ rất cần thiết cho sự phát triển của con người. Tuy nhiên, cơ thể không có khả năng tổng hợp được vitamin nên trong chế độ...

Nhận biết và xử lý bệnh viêm quai bị
Theo Cục Y tế dự phòng, Bộ Y tế, bệnh quai bị, còn gọi viêm tuyến nước bọt mang tai là bệnh truyền nhiễm cấp tính do virus quai bị. Bệnh lây qua đường...

Nhận biết và xử lý bệnh viêm quai bị
Theo Cục Y tế dự phòng, Bộ Y tế, bệnh quai bị, còn gọi viêm tuyến nước bọt mang tai là bệnh truyền nhiễm cấp tính do virus quai bị. Bệnh lây qua đường...

