ໂຮງໝໍຮ່າໂນ້ຍ - ວຽງຈັນ 🎉 ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ - ເພື່ອຍົກສູງຄຸນນະພາບການບໍລິການດູແລສຸຂະພາບຂອງຊຸມຊົນ

ໂຮງໝໍຮ່າໂນ້ຍ - ວຽງຈັນ 🎉 ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ - ເພື່ອຍົກສູງຄຸນນະພາບການບໍລິການດູແລສຸຂະພາບຂອງຊຸມຊົນ

ໂຮງໝໍຮ່າໂນ້ຍ - ວຽງຈັນ 🎉 ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ - ເພື່ອຍົກສູງຄຸນນະພາບການບໍລິການດູແລສຸຂະພາບຂອງຊຸມຊົນ

ໃນວັນທີ 15/10/2026, ໂຮງໝໍຮ່າໂນ້ຍ - ວຽງຈັນໄດ້ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ, ເຊີ່ງຖືໄດ້ວ່າເປັນອີກໜື່ງລັກຍະລັກຂອງການພັດທະນາທາງດ້ານການຈັດຕັ້ງ, ຍົກສູງທ່າແຮງທາງດ້ານວິຊາການ ແລະ ຄຸນນະພາບການກວດ, ປີ່ນປົວພະຍາດຢູ່ໂຮງໝໍ

🏥 ໂຮງໝໍຮ່າໂນ້ຍ - ວຽງຈັນ 🎉 ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ - ເພື່ອຍົກສູງຄຸນນະພາບການບໍລິການດູແລສຸຂະພາບຂອງຊຸມຊົນ ໃນວັນທີ 15/10/2026, ໂຮງໝໍຮ່າໂນ້ຍ - ວຽງຈັນໄດ້ຈັດພິທີປະກາດສ້າງຕັ້ງຫ້ອງກວດສະເພາະທາງ, ເຊີ່ງຖືໄດ້ວ່າເປັນອີກໜື່ງລັກຍະລັກຂອງການພັດທະນາທາງດ້ານການຈັດຕັ້ງ, ຍົກສູງທ່າແຮງທາງດ້ານວິຊາການ ແລະ ຄຸນນະພາບການກວດ, ປີ່ນປົວພະຍາດຢູ່ໂຮງໝໍ 1c5139b8-ecb2-4c0a-984e-1b005ccb836b.jpg 🌟 ສາມພາກສ່ວນທີ່ໄດ້ຮັບການສ້າງຕັ້ງປະກອບມີ: 🔹 ຫ້ອງກວດແພດຄອບຄົວ ແລະ ຜູ້ສູງອາຍຸ: ເປັນທິດທາງສູ່ການດູແລສຸຂະພາບຄົບວົງຈອນ, ຕໍ່ເນື່ອງ, ເປັນເຈົ້າການໃນການຕິດຕາມສຸຂະພາບຂອງຜູ້ສູງອາຍຸ ແລະ ຕິດຕາມສຸຂະພາບໃນແຕ່ລະໄລຍະຂອງຊີວິດ 🔹 ຫ້ອງກວດແພດຄອບຄົວ - ຕ່ອມຂັບຍ່ອຍໃນ: ເປັນທິດທາງສູ່ການຍົກສູງຄຸນນະພາບການກວດ, ໃຫ້ຄຳປືກສາ ແລະ ຕິດຕາມບັນຫາກ່ຽວກັບສຸຂະພາບທີ່ກ່ຽວພັນກັບຕ່ອມຂັບຍ່ອຍໃນ, ປະກອບສ່ວນຊ່ວຍໃນການດູແລສຸຂະພາບໃນໄລຍະຍາວ 🔹 ຫ້ອງພະຍາບານ: ເພີ່ມທະວີການຄຸ້ມຄອງ, ກໍ່ສ້າງ, ຕິດຕາມ ແລະ ຍົກສູງຄຸນນະພາບການດູແລຄົນເຈັບ, ເພື່ອສ້າງທີມພະຍາບານມືອາຊີບ, ໃສ່ໃຈ ແລະ ມີຄວາມຮັບຜິດຊອບ 3387dd06-54a4-4fb9-b32e-ce0a72a983a3.jpg 💙 ພັດທະນາວິຊາການ - ຍົກສູງຄຸນນະພາບ - ເອົາຄົນເຈັບເປັນສູນກາງ ການສ້າງຕັ້ງຫ້ອງກວດສະເພາະທາງນັ້ນ ສະແດງເຖີງຄວາມເອົາໃຈໃສ່ຂອງຜູ້ອຳນວຍການໂຮງໝໍ ຕໍ່ການພັດທະນາທາງດ້ານວິຊາການ, ເຮັດໃຫ້ລະບົບການບໍລິຫານສົມບູນ ແລະ ຍົກສູງຄຸນນະພາບການບໍລິການທາງການແພດ. ນີ້ຖືວ່າເປັນພື້ນຖານໃນການປ່ຽນແປງຂອງໂຮງໝໍ, ຍົກສູງການຮ່ວມມືລະຫ່ວາງພາກສ່ວນໃຫ້ນັບມື້ນັບດີຂື້ນ ເພື່ອຕອບສະໜອງການດູແລສຸຂະພາບຂອງຄົນເຈັບ ດ້ວຍວິໄສທັດ “ໃສ່ໃຈ - ເປັນມືອາຊີບ - ເພື່ອສຸຂະພາບຂອງຊຸມຊົນ”, ໂຮງໝໍຮ່າໂນ້ຍ - ວຽງຈັນຈະສືບຕໍ່ຍົກສູງຄຸນນະພາບໃນການບໍລິການກວດ ແລະ ປີ່ນປົວພະຍາດ, ເພື່ອສ້າງຄວາມສະບາຍໃຈ ແລະ ພໍໃຈໃຫ້ແກ່ຄົນເຈັບ 7599c25a-5676-436f-ae42-40d3e7f8dd12.jpg